ອາເມລິກາ, ຈີນ ກະກຽມເຈລະຈາກ່ຽວກັບຄວາມໝັ້ນຄົງແລະການທູດຄັ້ງທີ 2

(VOVWORLD) -ວັນທີ 09 ພະຈິກ, ຈະມາເຖິງຢູ່ວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດນີ້ James Mattis ຈະຕ້ອນຮັບບັນດາເຈົ້າໜ້າທີ່ຈີນ ເພື່ອດຳເນີນການເຈລະຈາດ້ານຄວາມໝັ້ນຄົງ ແລະ ການທູດຂັ້ນສູງ 2 ຝ່າຍ.

ຕາມແຈ້ງການໃນວັນທີ 05 ພະຈິກ ຂອງກະຊວງການຕ່າງປະເທດອາເມລິກາ ແລ້ວ, ຮອບເຈລະຈາຄວາມໝັ້ນຄົງ ແລະ ການທູດອາເມລິກາ - ຈີນ ຄັ້ງທີ 2 ກໍ່ຈະແມ່ນໂອກາດເພື່ອໃຫ້ທ່ານ Mattis, ທ່ານ Pompeo ແລະ  ທ່ານ ຢາງເຈຍສື, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະປະຕິບັດງານການຕ່າງປະເທດຂຶ້ນກັບພັກກອມມູນິດຈີນ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ອວຍເພິງເຄືອ ພົບປະກັນ.

        ການເຈລະຈາຄັ້ງນີ້ແມ່ນສັນຍາໃໝ່ສຸດກ່ຽວກັບການຫັນການພົວພັນດ້ານຄວາມໝັ້ນຄົງອາເມລິກາ - ຈີນ ເປັນປົກກະຕິ, ພາຍຫຼັງທີ່ການພົວພັນລະຫວ່າງ 2 ປະເທດໄປໃນທາງທີ່ຮ້າຍລົງໃນສະພາບຄວາມເຄັ່ງຕຶງກ່ຽວກັບດ້ານການຄ້າ ແລະ ບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ