ອາເມລິກາ ຍັງບໍ່ທັນສະໜອງພະຍານຫຼັກຖານ ກ່ຽວກັບເລື່ອງ ລັດເຊຍ ລະເມີດ ສັນຍາ INF ເທື່ອ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Seigei Lavrov ໃຫ້ຮູ້ວ່າ ລັດເຊຍ ຈະຖອນຕົວອອກຈາກສົນທິສັນຍາດັ່ງກ່າວໃນຮອບເວລາ 6 ເດືອນ
ອາເມລິກາ ຍັງບໍ່ທັນສະໜອງພະຍານຫຼັກຖານ  ກ່ຽວກັບເລື່ອງ ລັດເຊຍ ລະເມີດ ສັນຍາ INF ເທື່ອ - ảnh 1 ເຫດການປະກາດລູກສອນໄຟ 9M729 ຂອງລັດເເຊຍ (ພາບ: RT)

ວັນທີ 11 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ອາເມລິກາ ຍັງບໍ່ທັນຍົກໃຫ້ເຫັນພະຍານຫຼັກຖານໃດໆທີ່ວ່າ ມົດສະກູ ລະເມີດສົນທິສັນຍາບັນດາກໍາລັງນິວເຄຼຍ ໄລຍະກາງ (INF).  ຖະແຫຼງການສ່ືມວນຊົນ ທີ່ໄດ້ລົງໃນເວັບໄຊຂອງກະຊວງການຕ່າງປະເທດ ລັດເຊຍ ໂດຍເນັ້ນໜັກວ່າ ອາເມລິກາ ພຽງແຕ່ຍົກອອກບັນດາຄໍາກ່າວຫາ ລັດເຊຍ ພັດທະນາລູກສອນໄຟ 9M729 ແມ່ນລະເມີດ ສົນທິສັນຍາ INF ໂດຍອີງຕາມບັນດາຂໍ້ມູນຂ່າວລັບທີ່ບໍ່ຈະແຈ້ງ. ຕາມຖະແຫຼງການແລ້ວ, ວໍຊິງຕັນ ບໍ່ກໍານົດໄດ້ໄລຍະບິນຂອງລູກສອນໄຟດັ່ງກ່າວ ຢ່າງຊັດເຈນ. ດັ່ງນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ອາເມລິກາ ຍັງບໍ່ທັນຍົກໃຫ້ເຫັນພະຍານຫຼັກຖານໃດ ທີ່ສະແດງໃຫ້ເຫັນວ່າ ລັດເຊຍ ລະເມີີດ INF.

        ກ່ອນໜ້ານັ້ນ, ວັນທີ 6 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Seigei Lavrov ໃຫ້ຮູ້ວ່າ ລັດເຊຍ ຈະຖອນຕົວອອກຈາກສົນທິສັນຍາດັ່ງກ່າວໃນຮອບເວລາ 6 ເດືອນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍຖະແຫຼງວ່າ ມົດສະກູ ໄດ້ຢຸດຕິການປະຕິບັດຕາມສົນທສັນຍາ INF ແລ້ວ.


 

ຕອບກັບ

ຂ່າວ/ບົດ​ອື່ນ