ອາ​ເມ​ລິ​ກາ ຢືນ​ຢັນ​ແຜນ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ແຖວ​ໜ້າ​ຂອງ ຈີນ

(VOVWORLD) - ວັນທີ 10 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ແຖວໜ້າຂອງ ອຳນາດການປົກຄອງ ປະທານາທິບໍດີ Joe Biden ຈະມີການພົບປະກັບບັນດາເຈົ້າໜ້າທີ່ ຈີນຄັ້ງທຳອິດໃນອາທິດໜ້າ ຢູ່ ລັດ Alaska, ອາເມລິກາ.
ອາ​ເມ​ລິ​ກາ ຢືນ​ຢັນ​ແຜນ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ແຖວ​ໜ້າ​ຂອງ ຈີນ - ảnh 1ການພົບປະລະຫວ່າງ ທ່ານ Antony Blinken (ອາເມລິກາ) ແລະ  ທ່ານ  ຢາງເຈຍສື (ຈີນ) ເມື່ອປີ 2015 (ພາບ: AFP/TTXVN)

ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Jake Sullivan  ຈະມີການໂອ້ລົມສົນທະນາກັບ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ໊ ແລະ ກຳມະການກົມການເມືອງ, ຫົວໜ້າຫ້ອງວ່າການ ຄະນະກຳມະການວຽກງານພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຈີນ ຢາງເຈຍສື ຢູ່ນະຄອນ Anchorage ຂອງ ລັດ  Alaska ໃນວັນທີ 18 ມີນາ. ບັນດາການໂອ້ລົມສົນທະນາດັ່ງກ່າວ ຈະຖືກດຳເນີນພາຍຫຼັງການຢ້ຽມຢາມ ສ.ເກົາຫຼີ ແລະ ຍີ່ປຸ່ນ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ແລະ ການຢ້ຽມຢາມ ອິນເດຍ ຂອງທ່ານ Lloyd Austin. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Joe Biden ກໍ່ຄາດວ່າ ຈະເຂົ້າຮ່ວມກອງປະຊຸມອອນລາຍ ກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ