ອາເມລິກາ: ລັດ California ຮັບຮອງບຸນປີໃໝ່ປະຈຳຊາດ (ບຸນເຕັດ) ແມ່ນເຫດການປະຈຳປີທາງການ

(VOVWORLD) - ຄຳຕັດສິນດັ່ງກ່າວໄດ້ຍົກອອກມາໃນຮ່າງກົດໝາຍ 892 ທີ່ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ ໂດຍສະມາຊິກສະພາສູງ Richard Pan ແລະ Scott Wiener ສະເໜີເມື່ອເດືອນມັງກອນ ແລະ ສະພາແຫ່ງຊາດຂອງລັດນີ້ຮັບຮອງເອົາເມື່ອຕົ້ນເດືອນນີ້
ອາເມລິກາ: ລັດ California ຮັບຮອງບຸນປີໃໝ່ປະຈຳຊາດ (ບຸນເຕັດ) ແມ່ນເຫດການປະຈຳປີທາງການ - ảnh 1 ພາບປະກອບ

ອຳນາດການປົກຄອງລັດ California, ປະເທດ ອາເມລິກາ, ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ (ບຸນເຕັດ) ຂອງ ຫວຽດນາມ ແລະ ບັນດາປະເທດ ອາຊີ ມີຄວາມໝາຍສຳຄັນພິເສດ ແລະ ໄດ້ຮັບຖືວ່າແມ່ນເຫດການປະຈຳປີທາງການຢູ່ລັດແຫ່ງນີ້. ຄຳຕັດສິນດັ່ງກ່າວໄດ້ຍົກອອກມາໃນຮ່າງກົດໝາຍ 892 ທີ່ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ ໂດຍສະມາຊິກສະພາສູງ Richard Pan ແລະ Scott Wiener ສະເໜີເມື່ອເດືອນມັງກອນ ແລະ ສະພາແຫ່ງຊາດຂອງລັດນີ້ຮັບຮອງເອົາເມື່ອຕົ້ນເດືອນນີ້ ແລະ ທ່ານຜູ້ວ່າການລັດ Jerry Brown ລົງນາມເປັນກົດໝາຍເມື່ອວັນທີ 26 ສິງຫາ ຢ່າງເປັນທາງການ. ຕາມກົດໝາຍສະບັບນີ້ແລ້ວ, ໃນບັນດາໂຮງຮຽນຂອງລັດ ແລະ ຮາກຖານການສຶກສາຢູ່ລັດ California ຈະໄດ້ຮັບການສົ່ງເສີມຈັດຕັ້ງບັນດາເຫດການຮັບຮູ້ຄວາມໝາຍມູນເຊື້ອ ແລະ ວັດທະນະທຳອັນໃຫຍ່ຫຼວງຂອງບຸນປີໃໝ່ປະຈຳຊາດ, ບັນດາການປະກອບສ່ວນຂອງປະຊາຄົມຊາວ ອາເມລິກາ ເຊື້ອຊາດ ອາຊີ ແລະ ບັນດາປະເທດໃນພາກພື້ນ ປາຊີຟິກ (API) ສຳລັບລັດນີ້ ກໍ່ຄືໄດ້ເຂົ້າຮ່ວມບັນດາເຫດການຢູ່ທ້ອງຖິ່ນໄດ້ຮັບການຈັດຕັ້ງໃນວັນບຸນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ