ອາເມລິກາ ອາດຈະເລື່ອນການປະກາດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງ

(VOVWORLD) - ວັນທີ 16 ມິຖຸນາ, ທ່ານ Jason Greenblattcho ທູດພິເສດຂອງປະທານາທິບໍດີ ອາເມລິກາ ຮັບຜິດຊອບບັນຫາ ພາກຕາເວັນອອກກາງໃຫ້ຮູ້ວ່າ ວໍຊິງຕັນ ອາດຈະເລື່ອນການປະກາດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງ, ຫຼື ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງໄດ້ເອີ້ນວ່າ “ແຜນການສະຕະວັດ”, ໄປເປັນເດືອນ ພະຈິກໃນປີນີ້.

ອາເມລິກາ ອາດຈະເລື່ອນການປະກາດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງ - ảnh 1ອາເມລິກາ ອາດຈະເລື່ອນການປະກາດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງ (ພາບ: AFP/TTXVN)

ຕາມແຜນການແລ້ວ, ອາເມລິກາ ແລະ ບາເຣັນ ຈະຈັດຕັ້ງກອງປະຊຸມເສດຖະກິດຢູ່ ບາເຣັນ ໃນລະຫວ່າງວັນທີ 25 – 26 ມິຖຸນາ ເພື່ອປຶກສາຫາລືກ່ຽວກັບການໜູນຊ່ວຍດ້ານເສດຖະກິດ  ປາແລດສະຕິນ. ອາເມລິກາ ຄາດວ່າຈະປະກາດແງ່ມູມເສດຖະກິດຂອງແຜນການຮັກສາສັນຕິພາບຢູ່ກອງປະຊຸມນີ້. ມາຮອດປັດຈຸບັນ, ເອຢິບ, ມາຣົກ, ຈໍແດນ, ຊະອຸດິ ອາຣັບບີ, ສະຫະລັດ ອາຣັບເອມີເລດ ແລະ ກາຕາ ໃຫ້ຮູ້ວ່າ ຈະເຂົ້າຮ່ວມກອງປະຊຸມນີ້. ອິດສະລາແອັນກໍ່ຈະສົ່ງຄະນະວິສາຫະກິດໄປເຂົ້າຮ່ວມ. ໃນຂະນະນັ້ນ, ອຳນາດການປົກຄອງຂອງ  ປາແລດສະຕິນໄດ້ຄັດຄ້ານຢ່າງຮຸນແຮງ ແລະ ຮຽກຮ້ອງບັນດາປະເທດ ອາຣັບເອມີເລດ ປະຕິເສດກອງປະຊຸມນີ້ກໍ່ຄື ປະຕິເສດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ