ອາເມລິກາ ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງໂທດ ສປປ ເກົາຫຼີ

ອາເມລິກາ ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງໂທດ ສປປ ເກົາຫຼີ - ảnh 1
ປະຊາຊົນ ສປປ ເກົາຫຼີ ຊົມເຊີນເຫດການທົດລອງນິວເຄຼຍ ສຳເລັດຜົນ
(ພາບ: AFP/TTXVN)

(vovworld) - ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ສປປ ​ເກົາຫຼີ ທີ່​ກ່ຽວຂ້ອງ​ເຖິງ​ເຫດການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 3 ຂ​ອງພຽງ​ຢາງ ​ເມື່ອ​ເດືອນ 2 ຜ່ານ​ມາ. ​ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ​ສະຫະ​ປະຊາ​ຊາດ Susan Rice ​ໄດ້​ສົ່​ງເຖິງ 14 ປະ​ເທດ​ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຮ່າງ​ມະຕິ​ກ່ຽວ​ກັບ​ການ​ລົງ​ໂທດ ສປປ ​ເກົາຫຼີ ​ເຊິ່ງອາດ​ຈະ​ຖືກ​ຍົກ​ອອກ​ມາ​ເພື່ອປ່ອນ​ບັດ​ໃນ​ວັນ​ທີ 7/3. ມະຕິ​ດັ່ງກ່າວບັງຄັບ​ບັນດາ​ປະ​ເທດ ​ແລະ ສ່ວນ​ບຸກຄົນ​ຕ້ອງ​ຢຸດຕິ​ທຸກໆ​ການ​​ແລກປ່ຽນດ້ານ​ການ​ເງິນ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ ກໍ່​ຄື​ການ​ສົ່ງ​ອອກ​ອາວຸດ​ຂອງ ສປປ ​ເກົາຫຼີ, ​ເພີ່ມ​ທະວີ​ການ​ຕິດ​ຕາມ​ກວດກາ​ບັນດາ​ນັກ​ການ​ທູດ ສປປ ​ເກົາຫຼີ ພ້ອມ​ທັງ​ເນັ້ນ​ໜັກວ່າ​ບັນດາ​ປະ​ເທດ​ສະມາຊິກ ສະຫະ​ປະຊາ​ຊາດ ຕ້ອງ​ປະຕິ​ເສດບໍ່​ໃຫ້​ບັນດາ​ເຮືອບິນ​ທີ່ຖືກ​ສົງ​ໃສ​ວ່າ​ຂົນ​ສົ່ງ​ວັດຖຸ​​ເກືອດ​ຫ້າມ​ໃຫ້ ພຽງຢ່າງ ​ຜ່ານ​ເຂດ​ນານ​ຟ້າ​ຂອງ​ປະ​ເທດ​ຕົນ.

ຈີນ ກໍ່​ໄດ້​ສະໜັບ​ສະ​ໜູນ​ມະຕິ​ລົງ​ໂທດ​ຂອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ຄັດຄ້ານ​ການ​ເຄື່ອນ​ໄຫວ​ທົດ​ລອງ ນິວ​ເຄຼຍ ຂອງ ສປປ ​ເກົາຫຼີ ​ແລະ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ຕ້ອງ​ມີ​ການ​​ກະທຳ​ຢຸດຕິ​ໂຄງການ​ທີ່​ອັນຕະລາຍ​ນີ້.

ສ່ວນທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸນ Shinzo Abe ກໍ່​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັບ ອາ​ເມ​ລິ​ກາ ຊຸກຍູ້​ມະຕິ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​​ເລັ່ງ​ໃສ່ ສປປ ​ເກົາຫຼີ ທີ່​ກ້ຽວ​ຂ້ອງ​ເຖິງ​ເຫດການ​ທົດ​ລອງ ນິວ​ເຄຼຍຂອງ ພຽງ​ຢາງ.

         ສປປ ​ເກົາຫຼີ ​ໄດ້​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ ​ແລະ ຫ້າມ​ກຳ​ປັ່ນ​ເຄື່ອນ​ໄຫວ​ຢູ່​ບັນດາ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ