ອາເມລິກາ ແລະ ສປປ.ເກົາຫຼີ ປຶກສາຫາລືຢູ່ ປານມູນຈອມ ກ່ຽວກັບກອງປະຊຸມສຸດຍອດ

(VOVWORLD) - ວັນທີ 27 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Heather Nauert ປະກາດວ່າ ຄະນະປະຕິບັດງານ ອາເມລິກາ ພວມພົບປະກັບບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ ຢູ່ບ້ານຢຸດຮົບ ປານມູນຈອມ, ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ,
ອາເມລິກາ ແລະ ສປປ.ເກົາຫຼີ ປຶກສາຫາລືຢູ່ ປານມູນຈອມ ກ່ຽວກັບກອງປະຊຸມສຸດຍອດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un  (ພາບ:Reuters )

ເພື່ອປຶກສາຫາລືກ່ຽວກັບຄວາມສາມາດເປັນໄປ ຈະດຳເນີນການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ. ການພົບປະດັ່ງກ່າວ ເພື່ອແນໃສ່ກະກຽມໃຫ້ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ.

        ໃນຂະນະນັ້ນ, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທຸກວຽກງານມຸ່ງໄປເຖິງກອງປະຊຸມສຸດຍອດກັບ ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ພວມດຳເນີນໄປຢ່າງດີງາມ ແລະ ທ່ານມີຄວາມຫວັງຫລາຍຢ່າງຕໍ່ການພົບປະດັ່ງກ່າວກັບການນຳ ສປປ.ເກົາຫຼີ Kim Jong-un.

ຕອບກັບ

ຂ່າວ/ບົດ​ອື່ນ