ອາເມລິກາຢືນຢັນການພົວພັນພັນທະມິດກັບຍີ່ປຸ່ນ

ອາເມລິກາຢືນຢັນການພົວພັນພັນທະມິດກັບຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ​ 22/05, ກ່າວ​ຄຳ​ເຫັນ​ໃນການ​ຢ້ຽມຢາມ ອາຊີ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢືນຢັນ​ວ່າ: ການ​ຢ້ຽມຢາມ​ນະຄອນ Hiroshima ຈະ​ມາ​ເຖິງຂອງ​ທ່ານ ຈະ​ປະກອບສ່ວນ​ຢືນຢັນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​​ເທດ​ທີ່​ເຄີຍ​ເປັນ​ປໍ​ລະ​ປັກກັນໃນ​ສົງຄາມ​ໂລກ​ຄັ້ງ​ທີສອງ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​​ສຳນັກ​ຂ່າວສານ NHK ຂອງ ຍີ່ປຸ່ນ, ທ່ານ​ປະທານາທິບໍດີ Barack Obama ຊີ້​ແຈ້ງວ່າ ​ຜ່ານ​ຜ່າອະດີດຕະການ​ແຫ່ງ​ການ​ເຈັບ​ແສບ ແລະ ຄວາມ​ອາ​ຄາດບາດໝາງ, ປະຈຸ​ບັນ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ - ຍີ່ປຸ່ນ​ ​ໄດ້​ກາ​ຍ​ເປັນ​ໜຶ່ງ​ໃນ​ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນທີ່​ສຸດ​ໃນ​ໂລກ ​ແລະ 2 ປະ​ເທດ​ແມ່ນ​ພັນທະ​ມິດ​ອັນສະໜິດ​ຕິດ​ພັນ​ທີ່​ສຸດ​ຂອງ​ກັນ. ກ່ອນ​ໜ້າ​ນັ້ນ ທຳນຽບຂາວ​ປະກາດ​ວ່າ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີ Barack Obama ຈະ​ມີ​ການ​ຢ້ຽມຢາມ​ນະຄອນ Hiroshima ຂອງ ຍີ່ປຸ່ນ ​​ເຊິ່ງ​ແມ່ນສະຖານ​ທີ່​ຖືກລະ​ເບີດປະລະມານູ​ໂດຍ​ກອງທັບ ອາ​ເມລິ​ກາ ຖິ້ມ​ໃສ່​ໃນ​ສົງຄາມ​ໂລກຄັ້ງ​ທີ 2 ​ເມື່ອ​ວັນ​ທີ 06/08/1945. ດັ່ງ​ນັ້ນ ທ່ານ Barack Obama ຈະ​ກາຍ​ເປັນ​ປະທາ​ນາ​ທິບໍດີ ອາ​ເມ​ລິ​ກາ ຜູ້ທຳ​ອິດ​ມາ​ຢ້ຽມຢາມ​ນະຄອນ Hiroshima.

 

ຂ່າວ/ບົດ​ອື່ນ