ອາເມລິກາຮຽກຮ້ອງໃຫ້ ສ້າງບັນດາການເຄື່ອນໄຫວ ຢູ່ເຂດຂັດແຍ້ງກົນບົນ ທະເລຕາເວັນອອກຢ່າງຈະແຈ້ງ


ອາເມລິກາຮຽກຮ້ອງໃຫ້ ສ້າງບັນດາການເຄື່ອນໄຫວ ຢູ່ເຂດຂັດແຍ້ງກົນບົນ ທະເລຕາເວັນອອກຢ່າງຈະແຈ້ງ - ảnh 1

(ພາບ: IHS Jane's)

(vovworld)– ການ​ເຄື່ອນ​ໄຫວ​ກໍ່ສ້າງ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍຢູ່ບັນດາ​ເຂດ​ຂັດ​ແຍ້​ງ ກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ ​ແລະ ​ເພີ່ມຄວາມ​ເຄັ່ງ​ຕຶງຂຶ້ນ​ຕື່ມ. ນັ້ນ​ແມ່ນ​ຄຳ​ປະກາດ​ຂອງ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາເມື່ອ​ເຕື້ອງ​ເຖິງ​ເລື່ອງ​ຈີນກໍ່ສ້າງ​ເກາະ​ແຫ່ງ​ໃໝ່​ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ.

   ທີ່​ການ​ປະຊຸມ​ຂ່າວຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/11 ຕາ​ມເວລາ​ຫວຽດນາມ, ທ່ານ Jeff Rathke ຜູ້ອຳນວຍກາ​ນຫ້ອງການ​ສື່​ມວນ​ຊົນ ສັງກັດກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຊີ້​ແຈ້ງ​ບັນດາ​ຂໍ້​ມາດຕາ​ທີ່​ຝ່າຍ​ຕ່າງໆ​ຕ້ອງ​ປະຕິບັດ​ຕາມ​ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ນີ້. ຕາມ​ທ່ານ Jeff Rathke ​ແລ້ວ, ມາດຕາ​ທີ 5 ຂອງ​ຖະ​ແຫຼ​ງການ​ດັ່ງກ່າວ​ກຳນົດ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ໃຫ້​ຄຳໝັ້ນສັນຍາ​ລະງັບ​ໃຈ, ບໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ ຫຼື​ເພີ່ມ​ຄວາມ ​ຂັດ​ແຍ້​ງ, ກໍ່​ຜົນ​ສະທ້ອນຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ:

  “ຕາມທັດສະນະຂອງພວກຂ້າພະເຈົ້າ, ການເຄື່ອນໄຫວກໍ່ສ້າງດ້ວຍຂອບຂະໜາດໃຫ່ຍ ຫຼືບັນດາບາດ​​ກ້າວເດີນໃຫ່ຍເພື່ອແນໃສ່ຫັນການເຄື່ອນ​​ໄຫວຕ່າງໆເປັນການເຄື່ອນໄຫວດ້ານການທະຫານ ຫຼືເປີດກວ້າງບັນດາການເຄື່ອນໄຫວປະຕິບັດກົດໝາຍຢູ່ເຂດປ້ອມປ້ອງກັນນັ້ນຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມແລະ ກໍ່ຄວາມເຄັ່ງຕຶງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຖະແຫຼງການຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຈະຫຼີກເວັ້ນບັນດາການກະທຳໃດໜຶ່ງໃນວິວັດການເຈລະຈາປະມວນຫຼັກການປະພຶດໄດ້, ອັນຈະສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກແລະ ຕັ້ງໜ້າ, ພ້ອມທັງຫລຸດຜ່ອນໄພອັນຕະລາຍຈະເກີດຂຶ້ນໄດ້ຫຼາຍພໍສົມຄວນ“./.

 

ຂ່າວ/ບົດ​ອື່ນ