ອາໄລຫານັກເຄື່ອນໄຫວສັນຕິພາບ Merle Evelyn Ratner

(VOVWORLD) - ທີ່ພິທີອາໄລຫາ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລເຖິງທ່ານນາງ Merle Evelyn Ratner ແລະ ສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານນາງ
ອາໄລຫານັກເຄື່ອນໄຫວສັນຕິພາບ Merle Evelyn Ratner - ảnh 1 ພິທີອາໄລຫາທ່ານນາງ Merle Evelyn Ratner
(ພາບ: TTXVN)

        ຕອນເຊົ້າວັນທີ 16 ກຸມພາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດພິທີອາໄລຫາທ່ານນາງ Merle Evelyn Ratner, ນັກເຄື່ອນໄຫວສັນຕິພາບ, ຄັດຄ້ານສົງຄາມ, ຕໍ່ສູ້ໃຫ້ສິດເປັນປະຊາຊົນ ແລະ ຄວາມກ້າວໜ້າ, ແມ່ນເພື່ອນມິດຜູ້ຍິ່ງໃຫຍ່, ສັດຊື່ບໍລິສຸດຂອງປະຊາຊົນ ຫວຽດນາມ ຫາກໍ່ເຖິງແກ່ມໍລະນະກຳໃນວັນທີ 05 ກຸມພາ 2024. ພິທີອາໄລຫາຈັດຂຶ້ນແບບເຊິງໜ້າ ແລະ ເຊື່ອມຕໍ່ກັບຫຼາຍແຫ່ງຢູ່ ອາເມລິກາ.

        ທີ່ພິທີອາໄລຫາ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລເຖິງທ່ານນາງ Merle Evelyn Ratner ແລະ ສະແດງການແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານນາງ, ພ້ອມທັງສະແດງການຕອບບຸນແທນຄຸນກ່ຽວກັບນ້ຳໃຈ, ການປະກອບສ່ວນຂອງທ່ານນາງ Merle Evelyn Ratner ຕໍ່ ຫວຽດນາມ.

        ໂດຍໄດ້ຂອບໃຈນ້ຳໃຈ ແລະ ຮັບຮູ້ບັນດາການປະກອບສ່ວນທີ່ມີຄວາມໝາຍ, ບໍ່ຮູ້ອິດຮູ້ເມື່ອຍຂອງທ່ານນາງ Merle Evelyn Ratner ທີ່ສະຫງວນໃຫ້ແກ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບ (ປີ 2016) ໃຫ້ແກ່ທ່ານນາງ. ທ່ານນາງກໍ່ໄດ້ຮັບລາງວັນ “ເພື່ອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ” (ປີ 2013); ຫຼຽນກາທີ່ລະນຶກ “ເພື່ອການພັດທະນາຂອງແມ່ຍິງ ຫວຽດນາມ” (ປີ 2010).

ຕອບກັບ

ຂ່າວ/ບົດ​ອື່ນ