ຮັດແໜ້ນການພົວພັນມິດຕະພາບ,ຄວາມສາມັກຄີແລະການຮ່ວມມືແບບພິເສດຫວຽດນາມ-ລາວ

ຮັດແໜ້ນການພົວພັນມິດຕະພາບ,ຄວາມສາມັກຄີແລະການຮ່ວມມືແບບພິເສດຫວຽດນາມ-ລາວ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 15/04, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ເພນີຂອງ​ປະຊາຊົນ​ບັນດາ​ເຜົ່າ ລາວ, ທ່ານ ຫງວຽນ​ຮຸ່ງ ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ແຫ່ງ ລາວ. ຕາງ​ໜ້າ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ ລັດ​ເຊຍ ທ່ານ ຫງວຽນ​ຮຸ່ງ ອັກຄະ​ລັດຖະທູດ ​ໄດ້​ອ້າຍ​ພອນ​ທ່ານ ທຽງ ບົວ​ພາ ເອກ​ອັກຄະ​ລັດ​ຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສປປ ລາວ ປະຈຳ ລັດ​ເຊຍ ພ້ອມກັບ​ບັນ​ກາ​ພະນັກ​ງານ, ພາລະ​ກອນ​ສະຖານທູດ ລາວ ​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ຂອງ​ປະ​ເທດ ລາວ ອ້າຍ​ນ້ອງ, ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕໍ່​ບັນດາ​ຜົນງານ ​ເຊິ່ງລັດຖະບານ ລາວ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ພ້ອມ​ທັງ ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ ຫວຽດນາມ - ລາວ. ​ແລະ​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ ​ລັດ​ເຊຍ, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ສປປ ລາວ ​ໄດ້​ຢ້ຽມຢາມສູນ ຮ່າ​ໂນ້ຍ - ມົດ​ສະ​ກູ (Incentra)

 

ຂ່າວ/ບົດ​ອື່ນ