ຮັບປະກັນຄວາມຄືບໜາຂອງໂຄງການກຳຈັດມົນລະພິດຕໍ່ສິ່ງແວດລ້ອມທີ່ສະໜາບິນດານັ້ງ


ຮັບປະກັນຄວາມຄືບໜາຂອງໂຄງການກຳຈັດມົນລະພິດຕໍ່ສິ່ງແວດລ້ອມທີ່ສະໜາບິນດານັ້ງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ ໄດ້​ລົງ​ກວດ​ກາ​ຕົວ​ຈິງ​ຢູ່​ສະ​ຖານ​ທີ່​ປະ​ຕິ​ບັດ​ໂຄງ​ການ​

(vovworld)-    ຕອນ​ເຊົ້າວັນ​ທີ 8/1, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ ໄດ້​ລົງ​ກວດ​ກາ​ຕົວ​ຈິງ​ຢູ່​ສະ​ຖານ​ທີ່​ປະ​ຕິ​ບັດ​ໂຄງ​ການ​ກຳ​ຈັດ​ມົນ​ລະ​ພິດ ດີ​ໂອ​ຊິນ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ສະ​ໜາ​ບິນ​ດານັ້ງ ແລະ ໄດ້​ເຮັດ​ວຽກ​ກັບ​ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຄືບ​ໜາ​ປະ​ຕິ​ບັດ​ໂຄງ​ການ.

     ໃນ​ໄລ​ຍະ​ປະ​ຕິ​ບັດ​ໂຄງ​ການ, ທາງ​ຝ່າຍ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ລິ​ກາ​ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ເຫຼົ່າທັບ​ປ້ອງ​ກັນ​ອາ​ກາດ​ຫວຽດ​ນາມ ແລະ ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ໃນ​ວິ​ວັດ​ການ​ຍູ້​ໄວ​ຄວາມ​ຄືບ​ໜາ​ຂອງ​ໂຄງ​ການ.
ຂ່າວ/ບົດ​ອື່ນ