ຮ່ວມມືເສດຖະກິດ, ການຄ້າການລົງທຶນສືບຕໍ່ເປັນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນ ຫວຽດນາມ - ອາເມລິກາ

ຮ່ວມມືເສດຖະກິດ, ການຄ້າການລົງທຶນສືບຕໍ່ເປັນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນ ຫວຽດນາມ - ອາເມລິກາ - ảnh 1
​ທ່ານ ຮ່າ​ກິມງອກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບອິນເຕີແນັດ)

(vovworld) – ​​ “ການຮ່ວມ​ມື​ເສດຖະກິດ, ການ​ຄ້າການ​ລົງທຶນສືບ​ຕໍ່​ເປັນ​ຈຸດ​ສຸມ ​ແລະ ​ເປັນກ​ຳລັງ​ໜູນ​ຂອງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່າ​ກິມງອກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ເມື່ອ​ຕອບສຳ​ພາດ​ຕໍ່ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 12 – 14/01/2017. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ຊີ້ແຈ້ງວ່າ: ບົນ​ພື້ນ​ຖານ​ນະ​ໂຍບາຍ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​​ເອງ, ຫັນ​ການ​ພົວພັນ​ສາກົນ​ຂອງ ຫວຽດນາມ ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ຫລາຍ​ຝ່າຍ,  ຫວຽດນາມ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ; ພ້ອມ​ແລ້ວ​ກັບ​ອຳນາດ​ການ​ປົກຄອງ​ໃໝ່​ມານະ​ພະຍາຍາມ ​ເພື່ອ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 8 ປີຜ່ານມາ ​ແລະ ນຳ​ການ​ພົວພັນ​ພັດທະນາ​ກ່ວາ​ອີກ, ບົນ​ພື້ນຖານ​ເຄົາລົບ​ລະບອບ​ການ​ເມືອງ, ​ເສັ້ນທາງ​ພັດທະນາ​ຂອງ​ກັນ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ອາຊີ - ປາຊີ​ຟິກ…ທ່ານ​ ຮ່າ​ກິມງອກ ກໍ່​ໃຫ້​ຮູ້​ວ່າ ຫວຽດນາມ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​​ໄດ້ແບ່ງປັນ​ຄວາມປາດ​ຖະໜາ​ຢາກ​​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ບົນ​ພື້ນ​ຖານ​ເຄົາລົບ​ກົດໝາຍ​ສາກົນ; ຮັກສາທ່າ​ອ່ຽງ​ໂລກຫລາຍຂົ້ວ ​ແລະ ຫັນ​ເປັນປະຊາທິປະ​ໄຕຢູ່​ພາກ​ພື້ນ, ກໍ່​ຄື​ຮັກສາ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ລະບອບ​ບັນຍັດຢູ່​ພາກ​ພື້ນ, ຮັກສາ ອາ​ຊຽນ ​ໃຫ້​ເຂັ້ມ​​ແຂງ, ມີສາມັກຄີ, ມີ​ການ​ພົວພັນ​ດຸ່ນດ່ຽງ​ກັບ​ບັນຫາ​ປະ​ເທດ​​ໃຫຍ່, ຄູ່​ຮ່ວມ​ມື​ພາຍ​ນອກ…​ໃນ​ການ​ພົວພັນ 2 ຝ່າຍ ຫວຽດນາມ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່ມີ​ຢູ່​ແລ້ວ​ລະຫວ່າງ 2 ປະ​ເທດ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃນ​ນັ້ນ​ມີ​ຂັ້ນ​ສູງ. ຫວຽດນາມ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ສະດວກ ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຄ້າ 2 ສົ້ນ.

ຂ່າວ/ບົດ​ອື່ນ