ຮ່ວມແຮງຮ່ວມໃຈສູ້ຊົນເພື່ອພາລະກິດດູແລດວງຕາ,ເພື່ອສຸຂະພາບຂອງປະຊາຊົນ

(VOVWORLD) -ຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ໂຮງໝໍຕາສູນກາງ ໄດ້ຈັດພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງໂຮງໝໍຕາ (1917 - 2017), 60 ປີແຫ່ງວັນສ້າງຕັ້ງໂຮງໝໍຕາສູນກາງ (1957 - 2017).

ຮ່ວມແຮງຮ່ວມໃຈສູ້ຊົນເພື່ອພາລະກິດດູແລດວງຕາ,ເພື່ອສຸຂະພາບຂອງປະຊາຊົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາຜົນງານຂອງ

ໝູ່ຄະນະບັນດາສາດສະດາຈານ, ທ່ານໝໍ, ພາລະກອນຄົນງານຂອງໂຮງໝໍຕາສູນກາງ

(ພາບ: TTXVN)

ນະທີ່ນີ້, ໂດຍຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ 3 ໃຫ້ໝູ່ຄະນະແພດໝໍໂຮງໝໍຕາສູນກາງ.

        ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາຜົນງານຂອງໝູ່ຄະນະບັນດາສາດສະດາຈານ, ທ່ານໝໍ, ພາລະກອນ, ຄົນງານຂອງໂຮງໝໍຕາສູນກາງ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ເພື່ອຍົກສູງຄຸນນະພາບສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະເໜີວ່າ.

        “ໜ້າທີ່ສຳຄັນທີ່ສຸດຂອງໂຮງໝໍແມ່ນກວດ, ປິ່ວປົວພະຍາດໃຫ້ປະຊາຊົນ. ພວກເຮົາຕ້ອງຍົກສູງຄຸນນະພາບການກວດ, ປິ່ວປົວຢ່າງບໍ່ຢຸດຢັ້ງ, ມຸ່ງໄປເຖິງຄວາມເພິ່ງພໍໃຈຂອງຄົນເຈັບ, ສ້າງສະພາບແວດລ້ອມໂຮງໝໍໃຫ້ເປັນສີຂຽວ, ສະອາດ, ສວຍງາມ, ເຮັດໃຫ້ຄົນເຈັບຮູ້ສຶກມີຄວາມປອດໄພ, ອຸ່ນອ່ຽນໃຈກວ່າເມື່ອມາໂຮງໝໍ. ຕ້ອງເສີມຂະຫຍາຍຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ກຳລັງພາຍໃນ, ພ້ອມທັງຍາດແຍ່ງເອົາການໜູນຊ່ວຍ ແລະ ການຮ່ວມມືສາກົນ, ເປີດກວ້າງການພົບປະແລກປ່ຽນ, ຖອດຖອນບົດຮຽນຂອງບັນດາຄຼີນິກກວດກາ ທີ່ມີອິດທິພົນຊື່ສຽງຂອງບັນດາປະເທດມີພື້ນຖານສາທາລະນະສຸກທີ່ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ