ຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຕ້ອນຮັບ ປະທານກຳມາທິການການຕ່າງປະເທດສະພາສູງ ເມັກຊີໂກ

ຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຕ້ອນຮັບ ປະທານກຳມາທິການການຕ່າງປະເທດສະພາສູງ ເມັກຊີໂກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຕ້ອນຮັບ
ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ​ເມັກ​ຊີ​ໂກ
(ພາບ: VGP)


(vovworld) – ຕອນ​ເຊົ້າ​ວັນ​ທີ 27/03, ທີ່​ການ​ຕ້ອນຮັບ​ທ່ານນາງປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ​ເມັກ​ຊີ​ໂກ Gabriela Cuevas Barron, ​ເນື່ອງ​​ໃນໂອ​ກາດທ່ານ​ນາງ​​ໄດ້ນຳ​ໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເມັກ​ຊີ​ໂກ ​ມາ​ຫວຽດນາມ ​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ສະຫະພັນ​ລັດຖະສະພາ​ສາກົນຄັ້ງ​ທີ 132 (IPU - 132), ​ເຊິ່ງຖືກ​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ ​ໃນ​ລະ​ຫວ່າງ​ວັນ​ທີ 28/03 – 01/04. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ​ໄດ້​ເຫັນ​ດີ 2 ຝ່າຍ​ຄວນເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນລະຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ຂະ​​ແໜງ​ການ​ຂອງ 2 ປະ​ເທດ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຊຸກຍູ້​ການສ້າງ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື 2 ຝ່າຍ​ໃຫ້ສົມບູບ​ແບບ, ​ໂດຍ​ສະ​ເພາະ​​ແມ່ນ​ໃນ​ສະພາບທີ່​ປີ 2015, 2 ປະ​ເທດ​ຈະຈັດ​ພິທີ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (19/05/1975 – 19/05/2015). ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຊົມ​ເຊີຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເມັກ​ຊີ​ໂກ ມາຫວຽດນາມ ​ທຳ​ມາ​ຫາ​ກິນ, ສະ​ເໜີ​ໃຫ້​ສະພາ​ສູງ​ເມັກ​ຊີ​ໂກ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ເລື່ອງ​ເມັກ​ຊີ​ໂກ ຮັບ​ຮູ້​ກົນ​ໄກ​​ເສດຖະກິດ​ການ​ຕະຫຼາດ​ໃຫ້​ແກ່​ຫວຽດນາມ ​ໂດຍ​ໄວ, ຫຼີກລ້ຽງການ​ນຳ​ໃຊ້​ບັນດາ​ຮົ້ວ​ກີດຂວາງ​ໃນ​ການ​ປົກ​ປ້ອງການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ