ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບດິນຟ້າອາກາດ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບດິນຟ້າອາກາດ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ດິນ​ຟ້າອາກາດ
(ພາບ: vnanet.vn)


(vovworld) – ຕາມ​ຂໍ​້ລິ​ເລີ່​ມຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon, ວັນ​ທີ 23/09 ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິກາ, ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບດິນ​ຟ້າ​ອ​າກາດ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ດ້ານ​ການ​ເມືອງ​ ຊຸກ​ຍູ້​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານນິຕິ​ກຳ​ໃໝ່​ໃນ​ປີ 2015 ​ໃນ​ຂອບ​ເຂດ​ສົນທິສັນຍາ​ແມ່​ຂອງ​ສະ​ຫະປະຊາ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (UNFCCC). ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຮຽກ​ຮ້ອງ​​ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ ​ແລະ ມານະ​ພະຍາຍາມ​ຫຼາຍ​ກວ່າ​ອີກ​ໃນ​ການ​ເຈລະຈາເພື່ອ​ບັນລຸ​ຂອບ​ເຂດ​ກົດໝາຍ​ທົ່ວ​ໂລກ​​ໃໝ່ ທີ່​ມີ​ລັກສະນະ​ຜູກ​ມັດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຊີ້​ແຈ້ງວ່າ: ຍາມ​ໃດ​ຫວຽດນາມ ກໍ່​ໃຫ້​ບຸລິມະສິດ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ​ໄດ້​ວາງ​ອອກ​ບັນດາ​ທິດ​ທາງ​ຫຼຸດຜ່ອນ​ອາຍແກດ​ເຮືອນ​ແກ້ວ, ພິ​ເສດ​ແມ່ນ​ໄດ້​ວາງ​ອອກ​ຈຸດໝາຍ​ຫຼຸດຜ່ອນ​ການ​ອາຍ​ແກ​ດ​​ເຮືອນ​ແກ້ວ​ແຕ່ 8 – 10% ​​ເມື່ອ​ທຽບ​ໃສ່​ປີ 2010, ຫຼຸດຜ່ອນ​ການ​ໃຊ້​ພະລັງງານ​ໄລ​ຕາມ GDP ​ແຕ່ 1 – 1,5%/ປີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ແຈ້ງວ່າ ຫວຽດນາມ ພວມ​ຄົ້ນຄວ້າ​ການ​ປະກອບສ່ວນ​ອາສາ​ສະໝັກ, ​ໃນ​ນັ້ນ​ກຳນົດ​ບັນດາ​ການ​ປະກອບສ່ວນ​ກ່ຽວ​ກັບ​ການ​ຫຼຸ​ດຜ່ອນການ​ປ່ອຍ​ອາຍ​ແກ​ດ​ເຮືອນ​ແກ້ວ​ຢ່າງ​ລະອຽດ, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ​ປະຊາ​ຄົມ​​ສາກົນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ວິວັດ​ການ​ເຈລະຈາ​ສ້າງ​ຂໍ້​ຕົກລົງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ກອງ​ປະຊຸມ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສົນທິສັນຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ເຊິ່ງຈັດ​ຂຶ້ນ​ຢູ່ ປາຣີ, ​ໃນປີ 2015.

ຂ່າວ/ບົດ​ອື່ນ