ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ລົງພົບປະກັບຜູ້ມີສິດເລຶອກຕັ້ງເມືອງ ດຶກຮ່ວາ ແຂວງລອງອານ

(VOVWORLD) -ວັນທີ 17 ມີຖຸນາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ລອງອານ ໄດ້ລົງພົບປະກັບຜູ້ມີສິດເລຶອກຕັ້ງເມືອງ ດຶກຮ່ວາ ແຂວງລອງອານ
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ລົງພົບປະກັບຜູ້ມີສິດເລຶອກຕັ້ງເມືອງ ດຶກຮ່ວາ ແຂວງລອງອານ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ

ທີ່ການພົບປະ,  ຜູ້ມີສິດເລຶອກຕັ້ງເກືອບທັງໝົດຖືວ່າ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ, ບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນໃນບັນຍາກາດປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງບັນດາ ຜູ້ມີສິດເລຶອກຕັ້ງ.

    ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ຢືນຢັນວ່າ ລັດຖະບານ ຈະສືບຕໍ່ນຳບັນດາປະມວນກົດໝາຍ, ມະຕິ, ດຳລັດ, ຄຳສັ່ງ…ເຂົ້າສູ່ຊີວິດຕົວຈິງ. ບັນດາຮ່າງກົດໝາຍທີ່ໄດ້ຮັບການປະກອບຄຳເຫັນ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ ແມ່ນມີຄວາມໝາຍສຳຄັນໃນຊີວິດສັງຄົມ, ຮັບໃຊ້ຂະບວນວິວັດແຫ່ງການພັດທະນາ ແລະ ເຊື່ອມໂຍງສາກົນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ