ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບຄະນະເລຂາ ອາຊຽນ

(VOVWORLD) - ຕອນບ່າຍວັນທີ 21 ກໍລະກົດ, ທີ່ຄະນະເລຂາ ອາຊຽນ (Jakatar, ອິນໂດເນເຊຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ແລະ ການນຳຄະນະເລຂາ ອາຊຽນ
ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບຄະນະເລຂາ ອາຊຽນ - ảnh 1 ທ່ານ ເວືອງດີງເຫວ້ ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ (ພາບ: VGP)

ແລກປ່ຽນກ່ຽວກັບສະພາບການກໍ່ສ້າງປະຊາຄົມ ອາຊຽນ, ພິເສດແມ່ນວິວັດການສ້າງປະຊາຄົມເສດຖະກິດ; ບັນດາຜົນງານທີ່ບັນລຸໄດ້ກໍ່ຄືສິ່ງທ້າທາຍ, ກາລະໂອກາດວາງອອກໃຫ້ ອາຊຽນ ພາຍຫລັງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ຫວຽດນາມ ຖື ອາຊຽນ ເປັນພື້ນຖານ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ, ມີຄວາມສະເໝີຕົ້ນສະເໝີປາຍໃນການຮ່ວມມືຢ່າງແໜ້ນແຟ້ນ ພ້ອມກັບບັນດາປະເທດຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ຄວາມສາມັກຄີ, ເປັນເອກະພາບພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ສຳເລັດຜົນບົນ 3 ເສົາຄ້ຳການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ແລະ ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ. ລັດຖະບານ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍບັນດາມາດຕະການ ເພື່ອປະຕິບັດບັນດາເນື້ອໃນ, ກຳນົດທິດໃນວິໄສທັດ ອາຊຽນ 2025 ຢ່າງມີປະສິດທິຜົນ, ມຸ່ງໄປເຖິງ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພັດທະນາຮອບດ້ານ, ຖືປະຊາຊົນເປັນໃຈກາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ