ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ: ຮັບປະກັນຊີວິດອິນຊີ, ຊັບສິນໃຫ້ແກ່ປະຊາຊົນ

(VOVWORLD) -ຕາມສູນພະຍາກອນອຸຕຸນິຍົມອຸທົກກະສາດສູນກາງແລ້ວ, ຮຸ່ງເຊົ້າວັນທີ 26 ທັນວາ, ພາຍຸ Tembin ສືບຕໍ່ຫຼຸດຄວາມແຮງລົງກາຍເປັນຄວາມດັນອາກາດຕ່ຳ, ເຮັດໃຫ້ເກີດຝົນຕົກຢູ່ບັນດາແຂວງພາກໃຕ້ຫວຽດນາມ.

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ: ຮັບປະກັນຊີວິດອິນຊີ, ຊັບສິນໃຫ້ແກ່ປະຊາຊົນ - ảnh 1 ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ: ຮັບປະກັນຊີວິດອິນຊີ, ຊັບສິນໃຫ້ແກ່ປະຊາຊົນ

(ພາບ: TTXVN)

ຄາດວ່າ, ໃນເວລາ 12 ຊົ່ວໂມງຈະມາເຖິງ, ພາຍຸ Tembin ຈະພັດທາງທິດຕາເວັນຕົກ ແລະ ສືບຕໍ່ອ່ອນຕົວລົງ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 25 ທັນວາ, ກ່າວຄຳເຫັນທີ່ການເຮັດວຽກກັບແຂວງກາເມົາ ແລະ ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບການປ້ອງກັນ, ຫຼີກລ້ຽງພາຍຸ Tembin, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ແຂວງກາເມົາ ສືບຕໍ່ເດັດດ່ຽວເປັນເຈົ້າການຮັບມືກັບພາຍຸ; ສະເໜີວ່າໃນວຽກງານປ້ອງກັນ, ຫຼີກລ້ຽງພາຍຸ ຕ້ອງຮັບປະກັນຊີວິດອີນຊີ, ຊັບສົມບັດໃຫ້ແກ່ປະຊາຊົນ, ຫຼັງຈາກນັ້ນແມ່ນບັນດາໂຄງການຂອງລັດ, ເອກະຊົນ.

        “ບໍ່ປະໃຫ້ມີປະຊາຊົນບໍ່ວ່າຜູ້ໃດຍັງຢູ່ບົນທະເລ. ທີສອງ, ຢູ່ເຂດໜ້າດິນແຄມທະເລທາງບົກສະເໜີຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍຢ່າງສິ້ນເຊິງ. ພວກເຮົາໄດ້ເຮັດແລ້ວ, ປະຈຸບັນພວກເຮົາຕ້ອງສືບຕໍ່ກວດກາຄືນ. ເມື່ອມີແຈ້ງຂ່າວວ່າ ລະດັບຄວາມແຮງຂອງພາຍຸຫຼຸດລົງ, ປະຊາຊົນອາດຈະກັບຄືນສູ່ບັນດາຮາກຖານເພື່ອຮັກສາສັບສິນ... ສະນັ້ນ, ພວກເຮົາຕ້ອງຍົກຍ້າຍປະຊາຊົນອອກຈາກເຂດນັ້ນຢ່າງສິ້ນເຊິ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ