ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມການໂອ້້ລົມສົນທະນາຂັ້ນສູງສປຊ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມການໂອ້້ລົມສົນທະນາຂັ້ນສູງສປຊ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ
ການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ຟ້າ​ມບິ່ງ​ມິ​ງ
(ພາບປະກອບ)


(vovworld) – ກ່າວ​ຄຳ​ເຫັນ​ທີ່ການ​​ໂອ້້ລົມສົນທະນາ​ຂັ້ນ​ສູງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ລົບລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 25/09 ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ຟ້າ​ມບິ່ງ​ມິ​ງ ​ໄດ້​ແບ່ງປັນ​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການລົບລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ ​ແລະ ​ເນັ້ນ​ໜັກ​ເຖິງ​ອັດຕາສ່ວນ​ຜູ້​ທຸກ​ຍາກ​ຢູ່​ຫວຽດນາມ ​ໄດ້​ຫຼຸ​ດລົງ​ຢ່າງ​ແຮງ​, ຈາກ​ກວ່າ 58% ​ໃນ​ປີ 1993 ລົງ​​ເຫຼືອ​ພຽງ 8% ​ໃນ​ປີ 2014. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິງ ຖື​ວ່າ, ​ເພື່ອລົບລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ແບບ​ຍືນ​ຍົງ, ຕ້ອງ​ມີ​ວິທີ​ສຳ​ພັດ​ຫຼາຍ​ແງ່​ມູມ​ຄື​ດັ່ງ​ຫວຽດນາມ ​ໄດ້​ນຳ​ໃຊ້​ໃນ​ແຜນ​ຮ່າງ​ໃໝ່​ກ່ຽວ​ກັບ​ການຫຼຸດຜ່ອນ​ຄວາ​ມທຸກ​ຍາກ. ຄຽງ​ຂ້າງ​​ເລື່ອງສົມ​ທົບ​ການ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ໃນ​ບັນດາ​ຍຸດ​ທະ​ສາດ, ​ໂຄງການ​ພັດທະນາ​ແຫ່ງ​ຊາດ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເນັ້ນ​ໜັກ​ວ່າ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ ​ແລະ ​ເພີ່ມ​ທະວີ​ກຳລັງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບື່ນຕົວ​ຂຶ້ນ​ຂອງ​ຄົນ​ທຸກ​ຍາກ, ໜູນ​ຊ່ວຍ​ບັນດາ​ກຸ່ມ​ຄົນຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພີ່ນ, ບັນດາ​ເຂດ, ທ້​ອງຖິ່ນ​ທຸກ​ຍາກ…

        ​ແລະ​ຕອນ​ບ່າຍວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ມມິ​ງ ​ໄດ້​ເຂົ້າ​ຮ່ວມ​​ແລະ ​ກ່າວ​ຄຳ​ເຫັນ​ຢູ່​ວາລະ​ປຶກສາ​ຫາລື “ຈາກ​ການ​ເຈລະຈາ​ທົ່ວ​​ໂລກ ​ເຖິງ​ການ​ກະທຳ​ທົ່ວ​ໂລກ - ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ”. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ແບ​່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ​ບັນດາ​ເປົ້າໝາຍ​ສະຫັດ​ສະ​ຫວັດ​ຂອງ​ຫວຽດນາມ ທີ່ບັນລຸ​​ໄດ້ກ່ອນ​ກຳນົ​ດ​ເວລາ ​ແລະ ​ເນ​ັ້ນໜັກ​ວ່າ, ວິວັດ​ການ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ຫວັດ​ຢູ່​ຫວຽດນາມ ​ແມ່ນ​ຂອງ​ປະຊາ​ຊົນ, ​​ໂດຍ​ປະຊາຊົນ ​ແລະ ເພື່ອ​ປະຊາ​ຊົນ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ