ຮອງນາຍົກລັດຖະມົນຕີຫວູວັນນີງ:ເຈລະຈາTPPຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ໃຫ້ວ່ອງໄວກ່ວາ

ຮອງນາຍົກລັດຖະມົນຕີຫວູວັນນີງ:ເຈລະຈາTPPຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ໃຫ້ວ່ອງໄວກ່ວາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ

(vovworld) – ຕອບ​ຄ​ຳ​ຖາມ​ຂອງ​ນັ​ກ​ຂ່າວ VOV ຢູ່ນ​ອກວາ​ລະ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 23/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຢັ້ງ​ຢືນ​ວິ​ວັດ​ການ​ເຈ​ລະ​ຈາ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP) ຈະ​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຂອງ ຫວຽດ​ນາມ ໃຫ້​ວ່ອງ​ໄວ​ກ່​ວາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ໃນ​ຈຸດ​ເວ​ລາ​ດຽວ​ກັນ,  ຫວຽດ​ນາມ ເຈ​ລະ​ຈາຫຼາຍ​ສັນ​ຍາ​ການ​ຄ້າ, ສຳ​ຄັນ​ທີ່​ສຸດ​ແມ່ນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ ອີ​ຢູ, ຍີ່​ປຸ່ນ ແລະ ພິ​ເສດ​ແມ່ນ​ສັນ​ຍາ​​ຄູ່​ຮ່ວມ​ມື​ເສດ​ຖະ​ກິດຂ້າມ​ປາ​ຊີ​ຟິກ (TPP). ບັນ​ດາ​ສັນ​ຍານີ້​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ສ້າງ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ, ຊ​ຸກ​ຍູ້​ການ​ຮ່ວມ​ມື​ລົງ​ທຶນ, ການ​ຄ​້າ, ການ​ທ່ອງ​ທ່ຽວກໍ່​ຄື​ສ້າງ​ການ​ທ້າ​ທາຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ຊ​ຸກ​ຍູ້​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ຖື​ວ່າ:

        “ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ຄວນ​ພະ​ຍາ​ຍາມ​ເຮັດ​ແນວ​ໃດ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ. ເມື່ອ​ຮັບ​ປະ​ກັນ​ໄດ້​ແລ້ວ, ພວກ​ເຮົາ​ຈະ​ສ້າງ​ບັນ​ດາ​ໂອ​ກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​​ມີ​ຄວາມຕ້ອງ​ການ. ປະ​ຈຸ​ບັນ, ຫວຽດ​ນາມ ພວ​ມ​ເຈ​ລະ​ຈາ​ຕາມ​ທິດ​ບັນ​ດາ​ຝ່າຍ​ພ້ອມ​ກັນ​ແລກ​ປ່ຽນ​ບົນ​ພື້ນ​ຖານ​ເຄົາ​ລົບ​ ຜົນ​ປະ​ໂຫຍດ​ຂອງ​ກັນ.”


ຂ່າວ/ບົດ​ອື່ນ