ຮອງນາຍົກລັດຖະມົນຕີເຈື່ອງຮ່ວາບີງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີໄຊຊະນະໂມກຮ້ວາ

(VOVWORLD) -  ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະໂມກຮ້ວາໄດ້ຖືກຈັດຂຶ້ນມນຕອນເຊົ້າວັນທີ 18 ສິງຫາຢູ່ເທດບານກຽນເຕຶອງດ ແຂວງລອງອານ
ຮອງນາຍົກລັດຖະມົນຕີເຈື່ອງຮ່ວາບີງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີໄຊຊະນະໂມກຮ້ວາ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ມອບຂອງຂັວນໃຫ້ນັກປະຕິວັດອາວຸໂສ 

ກ່ອນນີ້ 70 ປີ, ໄຊຊະນະໂມກຮ້ວາ(ວັນທີ 18 ສິງຫາປີ 1948) ໄດ້ເຂົ້າສູ່ປະຫວັດສາດຄືດັ່ງຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມບົນເສັ້ນທາງແຫ່ງການຕໍ່ສູ້ປົດປ່ອຍຊາດ. ກ່າວຄຳເຫັນທີ່ ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ໄດ້ຢືນຢັນວ່າ ພ້ອມກັບໄຊຊະນະຫວຽດບັກລະດູໃບໄມ້ຫຼົ່ນຕໍ່ລະດູໜາວປີ 1947, ບັັ້ນຮົບຊາຍແດນ 1950 , ໄຊຊະນະໂມກຮ້ວາ ໄດ້ເປັນການປຸກລຸກນ້ຳໃຈກອງທັບ ແລະ ປະຊາຊົນໃນທົ່ວປະເທດໃນຄາວນັ້ນ, ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ກອງທັບ ແລະ ປະຊາຊົນ 2 ພາກເໜືອ-ໃຕ້ ພ້ອມກັນສາມັກຄີ ກ້າວເດີນຢ່າງໝັ້ນຄົງເພື່ອ ສືບຕໍ່ຍາດໄດ້ບັນດາໄຊຊະນະທີ່ສະຫງ່າລາສີໃນປີຕໍ່ໄປ, ໃນນັ້ນປະກອບສ່ວນເຂົ້າໃນມະຫາໄຊລະດູບານໃໝ່ປີ 1975, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ເນັ້ນໜັກວ່າ ອົງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງລອງອານ ຄວນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈແຂ່ງຂັນຮັກຊາດ, ຂຸດຄົ້ນຄວາມສາມາດ, ທ່າໄດ້ປຽບຂອງແຂວງເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ