ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນແຂວງລາຍເຈົາ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນແຂວງລາຍເຈົາ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ທີ່ການຕ້ອນຮັບ

(vovworld) - ຕອນ​ເຊົ້າ​ວັນ​ທີ 31/3, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວາ​ນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ທີ່​ມີ​ອິດ​ທິພົນ, ມີ​ຜົນງານ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແຂວງ ລາຍ​ເຈົາ. ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ​ນາງຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວາ​ນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ມີ​ຄວາມສາມັກ​ຄີລະຫວ່າງ 54 ຊົນ​ເຜົ່າ​ອ້າຍ​ນ້ອງມາ​ແຕ່​ດົນ​ນານ​. ພາຍ​ໃຕ້​ການ​ຊີ້​ນຳນຳ​ພາ​ຂອງພັກ, ປະ​ເທດ​ພວມ​ມີ​ການ​ຫັນປ່ຽນ​ໃນ​ແຕ່​ລະ​ມື້, ຊີວິດ​ການເປັນຢູ່​ຂອງ​ປະຊາຊົນນັບ​ມື້​ນັບ​ອິ່ມ​ໜຳ​ສຳລານ,  ບົດບາດ​ທີ່​ຕັ້ງ​ຂອງ ຫວຽດນາມ ຢູ່​​ໃນເວທີສາກົນນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ. ຜົນສຳ​ເລັດ​ນັ້ນ​ມີ​ການ​ປະກອບສ່ວນກຳລັງ​ເຫື່ອ​ແຮງອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ຜູ້​ທີ່​ມີ​ອິດ​ທິພົນ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວາ​ນ ປາດ​ຖະໜາ​ວ່າ: ບັນດາ​ຜູ້​ທີ່​ມີ​ອິດ​ທິພົນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ,​​ ເປັນ​ແບບຢ່າງ​ໃນ​ບັດ​ດາ​ຂະ​ບວນການ​ຢູ່​ບ້ານ,​ ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃຫ້​ໝັ້ນຄົງ, ປະຕິບັດ​ສຳ​ເລັດ​ຄາດໝາຍ, ​ແຜນການ​ທີ່​ວາງ​ອອກ; ພ້ອມ​ທັງ​ປະກອບ​ຄຳ​ເຫັນ ​ເພື່ອ​ປະກອບສ່ວນ​ຈັດ​ຕັ້ງ​ກອງ​ປະຊຸມທີ່​ເປັນ​​ແບບຢ່າງຢູ່​ທ້ອງ​ຖິ່ນ, ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງ​ກອງປະຊຸມ​ໃຫຍ່ຜູ້ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງພັກໃນທາມກາງ​ນ້ຳ​ໃຈ​ເບີກບານ​ມ່ວນ​ຊື່ນ ​ແລະ ສາມັກ​ຄີ.

ຂ່າວ/ບົດ​ອື່ນ