ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ຮ່າຕີງ

(VOVWORLD) - ທີ່ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ຮ່າຕີງ ໃນຕອນບ່າຍວັນທີ 25 ພຶດສະພາ ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຢືນຢັນວ່າ
ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ຮ່າຕີງ - ảnh 1 ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ຮ່າຕີງ (ພາບ: ດິງນາມ)

ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ ແລະ ຕັ້ງໜ້າປະຕິບັດນະໂຍບາຍຕອບບຸນແທນຄຸນ, ຖືວ່ານີ້ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ. ທ່ານຮອງປະທານສະພາແຫ່ງຊາດສະເໜີວ່າ ອຳນາດການປົກຄອງແຂວງ ຮ່າຕີງ ສືບຕໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນກ່ວາອີກ; ຍູ້ແຮງຂະບວນການທົ່ວປວງຊົນເຂົ້າຮ່ວມເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ໂດຍຜ່ານການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຫລາຍຢ່າງ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ປາດຖະໜາວ່າ ຜູ້ມີຄຸນງາມຄວາມດີແຂວງ ຮ່າຕີງ ຍາມໃດກໍ່ເປັນແບບຢ່າງ, ມີບັນດາການປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ ຮ່າຕີງ ເວົ້າສະເພາະ ແລະ ປະເທດຊາດເວົ້າລວມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ