ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວຫນ້າກຳມາທິການເສດຖະກິດ,ເຕັກໂນໂລຊີແລະສິ່ງແວດລ້ອມສະພາແຫ່ງຊາດລາວ

(VOVWORLD) -ຕອນບ່າຍວັນທີ 9 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໄດ້ຕ້ອນຮັບທ່ານ ບຸນປອນ ສີສຸລາດ, ຫົວຫນ້າກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດລາວ ແລະ ຄະນະປະຕິບັດງານພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 8-13 ມັງກອນ. 
ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວຫນ້າກຳມາທິການເສດຖະກິດ,ເຕັກໂນໂລຊີແລະສິ່ງແວດລ້ອມສະພາແຫ່ງຊາດລາວ - ảnh 1ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຟຸ່ງກວກຫຽນ ຕ້ອນຮັບທ່ານ ບຸນປອນ ສີສຸລາດ ຫົວຫນ້າກຳມາທິການເສດຖະກິດ,ເຕັກໂນໂລຊີ ສິ່ງແວດລ້ອມສະພາແຫ່ງຊາດລາວ 

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມ ພວມຕັ້ງຫນ້າກະກຽມຈັດຕັ້ງກອງປະຊຸມເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 26 ແຕ່ວັນທີ 17 – 20 ມັງກອນ ຢູ່ ຮ່າໂນ້ຍ ແລະ ຢືນຢັນ: ສະພາແຫ່ງຊາດ ຫວຽດນາມ ປາດຖະຫນາຢາກໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຂົ້າຮ່ວມເຫດການດັ່ງກ່າວ. ນີ້ຈະແມ່ນການສະຫນັບສະຫນູນມີຄວາມໝາຍ ປະກອບສ່ວນເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ຈັດຕັ້ງເຫດການສຳຄັນນີ້ສຳເລັດຜົນ.

ທ່ານ ບຸນປອນ ສີສຸລາດ ໄດ້ຢືນຢັນວ່າ: ໃນໄລຍະຈະມາເຖິງ ສອງກຳມາທິການຂອງສະພາແຫ່ງຊາດຂອງສອງປະເທດ ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການພົບປະແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ໃນວຽກງານນິຕິບັນຍັດ. 

ຕອບກັບ

ຂ່າວ/ບົດ​ອື່ນ