ຮອງລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ພົບປະກັບຮອງເຈົ້າໜ້າທີ່ພິເສດ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ

(VOVWORLD) - 2 ຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ຄວາມກ້າວໜ້າພໍສົມຄວນ
ຮອງລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ພົບປະກັບຮອງເຈົ້າໜ້າທີ່ພິເສດ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ - ảnh 1  ທ່ານຮອງລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ Chun Hae-sung (ກາງ). ພາບ: Yonhap/TTXVN.

ວັນທີ 09 ກຸມພາ, ທ່ານຮອງລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ Chun Hae-sung ໄດ້ມີການພົບປະກັບທ່ານ Alex Wong ຮອງເຈົ້າໜ້າທີ່ພິເສດ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ຢູ່ ເຊີອູນ ແລະ ປຶກສາຫາລືກ່ຽວກັບໝາກຜົນຂອງບັນດາການເຈລະຈາລະຫວ່າງ 2 ປະເທດ ໃນໄລຍະມໍ່ໆມານີ້ ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ. 2 ຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ຄວາມກ້າວໜ້າພໍສົມຄວນ ໃນຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ປະຕິບັດວິວັດການປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ