ຮອບເຈລະຈາເຊີແນວຄັ້ງທີ 2 ກ່ຽວກັບຊີຣີ: 2 ຝ່າຍພ້ອມແລ້ວທີ່ຈະ ເຈລະຈາໂດຍກົງ

ຮອບເຈລະຈາເຊີແນວຄັ້ງທີ 2 ກ່ຽວກັບຊີຣີ: 2 ຝ່າຍພ້ອມແລ້ວທີ່ຈະ ເຈລະຈາໂດຍກົງ - ảnh 1
(ພາບປະກອບ)

(vovworld) - ທ່ານ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ​ຝ່າຍ​ຄ້ານ, ພ້ອມ​ທັງ​ເປັນ​ສະມາຊິກ​ຄະນະ​ຜູ້​ແທນ​ຝ່າຍ​ຄ້ານ Badr Jamous ຫາ​ກໍ່​ໃຫ້​ຮູ້​ວ່າ, ລັດຖະບານ​ຊີຣີ ​ແລະ ຝ່າຍ​ຄ້ານ ດຳ​ເນີນ​ກອງ​ປະຊຸມ​ຮ່ວມ​ໃນ​ເວລາ 10 ​ໂມງວັນ​ທີ 11/02 (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ​ໂຄສົກ​ຝ່າຍ​ຄ້ານ ທ່ານ Louat Safi ສະ​ແດງ​ຄວາມ​ເສຍຫວັງ​ຕໍ່​ເລື່ອງ​ລັດ​ເຊຍ ສະໜັບສະໜູນ​ອຳນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະທານາທິບໍດີ Basher al Assad, ​ແຕ່​ຢືນຢັນ ຖ້າ​ຫາກ​ເຈລະຈາ​ໂດຍ​ກົງຈະ​ນຳ​ມາ​​ເຊິ່ງ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງນັ້ນ, ຝ່າຍ​ຄ້າ​ນພ້ອມ​ແລ້ວ​ທີ່ຈະ​ເຂົ້າ​ຮ່ວມ. ​ແຕ່​ທ່ານ Safi ​​ໄດ້​ຖະ​ແຫຼ​ງວ່າ, ຈະ​ບໍ່​ມີ​ຮອບ​ເຈລະຈາ​ຄັ້ງ​ທີ 3 ຖ້າ​ຫາກ​ຮອບ​ເຈລະຈາ​ຄັ້ງ​ທີ 2 ບໍ່​ບັນລຸ​ໝາກຜົນ​ໃດໆ. ​ໃນ​ຂະນະ​ນັ້ນ, ​ແຫຼ່ງຂ່າວ​ຈາກ​ຄະນະ​ຜູ້​ແທນ​ລັດຖະບານ​ຊີຣີ ກໍ່​ຢັ້ງຢືນ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ຮ່ວມຄັ້ງ​ທຳ​ອິດ​.

ຂ່າວ/ບົດ​ອື່ນ