ຮ່າ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ ແຂວງ Gyeonggi (ສ.ເກົາຫຼີ)

(VOVWORLD) - ຕອນບ່າຍວັນທີ 27 ທັນວາ, ຄະນະຜູ້ແທນສະພາ ແຂວງ Gyeonggi (ສ.ເກົາຫຼີ) ໂດຍທ່ານ Yom Jong Hyun, ປະທານສະພາ ແຂວງ Gyeonggi ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ.
ຮ່າ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ ແຂວງ Gyeonggi (ສ.ເກົາຫຼີ) - ảnh 1ທ່ານນາງ ເລທິຖຸຍ ເລຂາ ຄະນະພັກແຂວງ ຮ່ານາມກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາງ ເລທິຖຸຍ ເລຂາ ຄະນະພັກແຂວງ ຮ່ານາມ ໃຫ້ຮູ້ວ່າ ຮ່ານາມ ມີຄວາມປາດຖະໜາຢາກ ໃຫ້ສະພາ ແຂວງ Gyeonggi ສືບຕໍ່ໜູນຊ່ວຍແຂວງ ໃນການໂຄສະນາ,ເຜີຍແຜ່ໄປຍັງປະຊາຊົນຂອງແຂວງ Gyeonggi ກ່ຽວກັບດິນແດນຮ່ານາມ ທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳ, ທິວທັດທຳມະຊາດ; ແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງ ແຂວງ ຮ່ານາມ ໄປຍັງບັນດາວິສາຫະກິດ, ນັກລົງທຶນຂອງແຂວງ Gyeonggi ເວົ້າສະເພາະ ແລະ ບັນດາທ້ອງຖິ່ນຕ່າງໆຂອງ ສ.ເກົາຫຼີ ເວົ້າລວມ; ໜູນຊ່ວຍແຂວງ ຈັດຕັ້ງການຢ້ຽມຢາມ, ເຮັດວຽກ ແລະ ບັນດາການເຄື່ອນໄຫວສົ່ງເສີມການລົງທຶນ ຢູ່ ສ.ເກົາຫຼີ ໃນປີ 2024.

ສ່ວນທ່ານ Yom Jong Hyun ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະພາແຂວງ Gyeonggi ຈະ ສືບຕໍ່ໂຄສະນາ, ແນະນຳສະພາບແວດລ້ອມແຫ່ງການລົງທຶນ ຂອງ ຮ່ານາມໃຫ້ແກ່ບັນດາວິສາຫະກິດ ຂອງແຂວງ Gyeonggi ເວົ້າສະເພາະ ແລະ ສ.ເກົາຫຼີ ເວົ້າລວມ, ໜູນຊ່ວຍທາງແຂວງ ຈັດບັນດາການສົ່ງເສີມການລົງທຶນ ຢູ່ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ