ເກຼັກ ຊຸກ​ຍູ້​ການ​ເປີດກວ້າງ​ຂໍ້​ຕົກ​ລົງ​ອົບ​ພະ​ຍົບ ອີ​ຢູ - ຕວັກ​ກີ

(VOVWORLD) - ວັນທີ 23 ກັນຍາ, ທ່ານລັດຖະມົນຕີກະຊວງ ການພັກເຊົ່າ - ອົບພະຍົບ ເກຼັ້ກ ໃຫ້ຮູ້ວ່າ ປະເທດນີ້ ຈະຊອກຫາວິທີຊຸກຍູ້ການຕໍ່ກຳນົດເວລາຂໍ້ຕົກລົງອົບພະຍົບ ປີ 2016 ລະຫວ່າງ ສະຫະພາບເອີຣົບ (ອີຢູ) ກັບ ຕວັກກີ ໃນເດືອນ ທັນວາ ຈະມາເຖິງ.
ເກຼັກ ຊຸກ​ຍູ້​ການ​ເປີດກວ້າງ​ຂໍ້​ຕົກ​ລົງ​ອົບ​ພະ​ຍົບ ອີ​ຢູ - ຕວັກ​ກີ - ảnh 1(ພາບປະກອບ: VOV)

          ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານລັດຖະມົນຕີການພັກເຊົ່າ - ອົບພະຍົບ ເກຼັກ Dimitris Kairidis ໃຫ້ຮູ້ວ່າ ຈຸດປະສົງແມ່ນເພື່ອແນໃສ່ດັດປັບ ແລະ ເປີດກວ້າງຂໍ້ຕົກລົງປີ 2016 ດ້ວຍບັນດາຂໍ້ລິເລີ່ມຂອງ ເກຼັກ ເພື່ອຮັບປະກັນຜົນປະໂຫຍດໃນຕໍ່ໜ້າຂອງກຸ່ມ, ພິເສດແມ່ນສຳລັບບັນດາປະເທດຢູ່ແນວໜ້າ.

          ຕາມການຄາດຄະເນແລ້ວ, ບັນຫານີ້ ຈະໄດ້ນຳມາປຶກສາຫາລືຢູ່ກອງປະຊຸມທີ່ຈັດຂຶ້ນໃນວັນທີ 7 ທັນວາ ຈະມາເຖິງ ລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງຂອງ ເກຼັກ ແລະ ຕວັກກີ ຢູ່ນະຄອນ Thessaloniki. ບາດກ້າວບຸກທະລຸນີ້ ໄດ້ດຳເນີນພາຍຫຼັງການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ອີຢິບ Mitsotakis ແລະ ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃນອາທິດຜ່ານມາ ຢູ່ ອາເມລິກາ.

ຫາຍດັງ - ນັກຂ່າວ VOV ປະຈຳ ປຣາຮາ

 

ຕອບກັບ

ຂ່າວ/ບົດ​ອື່ນ