ເກຼັກກຳນົດວັນເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ

ເກຼັກກຳນົດວັນເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ - ảnh 1
ທ່ານ​ປະທານາທິບໍດີ​ເກຼັກ Prokopis Pavlopoulos
(ພາບ: AP)


(vovworld) – ວັນ​ທີ 20/09 ຈະ​ມາ​ເຖິງ, ​ເກຼັກ ຈະ​ດຳ​ເນີນ​ການ​ເລື​ອກຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ. ນີ້​ຈະ​​ແມ່ນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ​ໃນ​ໄລຍະ 6 ປີຜ່ານມາ​ຢູ່​ປະ​ເທດ​ນີ້. ວັນ​ທີ 28/08, ທ່ານ​ປະທານາທິບໍດີ​ເກຼັກ Prokopis Pavlopoulos, ​ໄດ້​ເຊັນ​ລັດຖະ​ດຳ​ລັດ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ ​ແລະ ກຳນົດ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ດັ່ງກ່າວ. ຄາດ​ວ່າ, ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ຈະ​ຈັດ​ກອງ​ປະຊຸມ​ສະ​​​ໄໝຄັ້ງ​ທຳ​ອິດ​ໃນ​ວັນ​ທີ 01/10 ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 20/08, ທ່ານ​ນາຍົກລັດຖະມົນຕີ​ເກຼັກ Alexis Tsipras ​ໄດ້​ຍືນ​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຕໍ່​ທ່ານ​ປະທານາທິບໍດີ Prokopis Pavlopoulos, ພ້ອມ​ທັງ​ຮຽກຮ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ. ລັດຖະບານ​ຊົ່ວຄາວ​ໂດຍທ່ານ​ປະທານາທິບໍດີ Prokopis Pavlopoulos ບົ່ງ​ຕົວ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 28/08. ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ລັດຖະບານ​ຊົ່ວຄາວ​ແມ່ນ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ.

ຂ່າວ/ບົດ​ອື່ນ