ເຂດ 2 ເຫຼົ່າທັບເຮືອວາງສະແດງແຜນທີ່, ວັດຖຸເອກະສານ ຮ່ວາງຊາ, ເຈື່ອງຊາ

(VOVWORLD) -ວັນທີ 12 ພຶດສະພາ, ກອງບັນຊາການເຂດ 2 ເຫຼົ່າທັບເຮືອ ຕັ້ງທັບຢູ່ຕາແສງ ດ້າຍເຟືອກ, ເມືອງ ເຍີນແຈ້ກ, ແຂວງ ດົງນາຍ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຈັດຕັ້ງງານວາງສະແດງແຜນທີ່ 

ເຂດ 2 ເຫຼົ່າທັບເຮືອວາງສະແດງແຜນທີ່, ວັດຖຸເອກະສານ ຮ່ວາງຊາ, ເຈື່ອງຊາ - ảnh 1

ວາງສະແດງວັດຖຸເອກະສານປະຫວັດສາດນິຕິທຳຢັ້ງຢືນ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ” 

ແລະ ວາງສະແດງວັດຖຸເອກະສານປະຫວັດສາດນິຕິທຳຢັ້ງຢືນ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ”. ທີ່ງານວາງສະແດງ, ຄະນະຈັດຕັ້ງໄດ້ແນະນຳແຜນທີ່ກ່ວາ 100 ແຜ່ນ ໂດຍ ຫວຽດນາມ ແລະ ບັນດາປະເທດຕາເວັນຕົກຈຳໜ່າຍແຕ່ສະຕະວັດທີ 17 ມາຮອດປະຈຸບັນ. ຮ້ອຍເອກ ເຈີ່ນຈູງຢຸງ - ຜູ້ຊ່ວຍວຽກງານໂຄສະນາອົບຮົມເຂດ 2 ເຫຼົ່າທັບເຮືອ ໃຫ້ຮູ້ວ່າ:

        “ດ້ວຍບັນດາພະຍານຫຼັກຖານປະຫວັດສາດນິຕິທຳນີ້ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ພະນັກງານ, ນັກຮົບເພື່ອຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະສັກກະລະບູຊາຂອງປະເທດຊາດ. ເຫດການນີ້ ອີກຄັ້ງໜຶ່ງໄດ້ຕໍ່ກຳລັງແຮງໃຫ້ທົ່ວນັກຮົບເຂດ 2 ເຫຼົ່າທັບເຮືອເວົ້າສະເພາະ ແລະ ພະນັກງານ, ນັກຮົບເຫຼົ່າທັບເຮືອເວົ້າລວມ ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ ໃນສະພາບການປະຈຸບັນ ໃຫ້ໝັ້ນຄົງ.”

ຕອບກັບ

ຂ່າວ/ບົດ​ອື່ນ