ເຈົ້າໜ້າທີ່ອາຊຽນສະແດງຄວາມວິຕົກວັງວົນຕໍ່ໜ້າບັນດາການຜັນແປເວລາມໍ່ໆມານີ້ຢູ່ທະເລຕາເວັນອອກ

ເຈົ້າໜ້າທີ່ອາຊຽນສະແດງຄວາມວິຕົກວັງວົນຕໍ່ໜ້າບັນດາການຜັນແປເວລາມໍ່ໆມານີ້ຢູ່ທະເລຕາເວັນອອກ - ảnh 1
ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ໂອ້ລົມກັບບັນດາເຈົ້າໜ້າທີ່ ອາຊຽນ

(vovworld) – ຕອນ​ເຊົ້າ​ວັນ​ທີ 27/6, ກອງ​ປະຊຸມ SOM ອາ​ຊຽນ ພິ​ເສດ​ກ່ຽວ​ກັບ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ແລະ ກຳນົດ​ທິດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ໂຄງ​ປະກອບ​ພາກ​ພື້ນ​ໃນ​ອະນາຄົດ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກຸ່ມ ອາ​ຊຽນ. ນີ້​ແມ່ນ​ກອງ​ປະຊຸມ​ມີ​ລັກສະນະ​ປຶກສາ​ຫາລື​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາຜູ້​ແທນ, ຍົກ​ອອກ​​ແນວ​ຄວາມ​ຄິດ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ ອາ​ຊຽນ ຢູ່ Nay Pyi Taw( ຢູ່​ມຽນມາ) ​ໃນ​​ເດືອນ 8/2014. ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ນີ້​ແມ່ນ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ປຶກສາ​ຫາລື​ສັງ​ລວມ​ກ່ຽວ​ກັບ​ບົດບາດ ​ແລະ ສາຍ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ.

    ທີ່​ກອງ​ປະຊຸມ, ອາ​ຊຽນກໍ່​ຢືນຢັນ​ທັດສະນະ​ຂອງ ອາ​ຊຽນ ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ​ໂດຍ​ອີງ​ໃສ່​ຫຼັກການ 6 ຂໍ້ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶ​ດຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ທີ່​ລົງ​ນາມ​ລະຫວ່າງ ອາ​ຊຽນ ​ແລະ ຈີນ. ອາ​ຊຽນ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫວັງ​ວ່າ​ຈະ​ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ