ເຊີດຊູຊາວໜຸ່ມກ້າວໜ້າໃນການປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງ​ຊີ​ວິດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຕອນຄ່ຳວັນທີ 22 ພຶດສະພາ, ທີ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກຸ່ມບັນດາອົງການຂັ້ນສູນກາງ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຜູ້ແທນຊາວໜຸ່ມກ້າວໜ້າ ໃນການປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ ປີ 2018 ຈຳນວນ 70 ຄົນ.

ເຊີດຊູຊາວໜຸ່ມກ້າວໜ້າໃນການປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງ​ຊີ​ວິດ​ປະ​ທານ​ໂຮ່​ຈີ​ມິນ - ảnh 1 ຄະນະຜູ້ແທນຊາວໜຸ່ມເຂົ້າໄວ້ອາໄລສຸສານປະທານໂຮ່ຈີມິນ ເພື່ອລາຍງານຜົນງານໃນໄລຍະຜ່ານມາ

(ພາບ: Van Diep/TTXVN)

ນີ້ແມ່ນບັນດາລັດຖະກອນ, ພາລະກອນໜຸ່ມດີເດັ່ນ, ປັນຍາຊົນ, ນັກວິທະຍາສາດໜຸ່ມດີເລີດ, ນັກບໍລິຫານໜຸ່ມ, ນັກສຶກສາທີ່ມີຄວາມເກັ່ງກ້າສາມາດ ຢູ່ບັນດາອົງການສຳນັກງານທີ່ເປັນເສນາທິການຍຸດທະສາດຂອງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມຢູ່ຂັ້ນສູນກາງ ທີ່ມີບັນດາຜົນງານພົ້ນເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ.

        ທີ່ພິທີ, ຄະນະຊາວໜຸ່ມກຸ່ມບັນດາອົງການຂັ້ນສູນກາງ ໄດ້ປຸກລະດົມການຍູ້ແຮງຂະບວນການຮ່ຳຮຽນ  ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ ໃນສະມາຊິກຊາວໜຸ່ມ, ໄວໜຸ່ມ. ທ່ານເລຂາ, ຄະນະພັກ ກຸ່ມບັນດາອົງການຂັ້ນສູນກາງ ເຊີນມິນທັ໋ງ ໃຫ້ຮູ້ວ່າ:

        “ໄດ້ຮັບນາມມະຍົດ, ໄດ້ຮັບຄວາມເຄົາລົບນັບຖື ແລະ ຄວາມຮັກແພງນັ້ນແມ່ນ ຍາກແລ້ວ, ແຕ່ການຮັກສານາມມະຍົດ, ຮັກສາຄວາມຮັກແພງໃຫ້ໄດ້ນັ້ນ ຍິ່ງຍາກກວ່າທົບຫຼາຍເທົ່າ. ປະທານໂຮ່ຈີມິນ ເວົ້າວ່າ: “ແບບຢ່າງວຽກດີຄົນເດັ່ນໃນການດຳລົງຊີວິດ ຍັງມີຄ່າກວ່າ ບົດໂຄສະນາເຜີຍແຜ່ນັບຮ້ອຍບົດ” ຂ້າພະເຈົ້າ ປາດຖະໜາວ່າ ບັນດາສະຫາຍ ຈະເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ຝຶກຝົນຫຼໍ່ຫຼອມ ແລະ ບຳລຸງສ້າງຢ່າງບໍ່ຢຸດຢັ້ງ ໃຫ້ສົມກັບເປັນສະມາຊິກຊາວໜຸ່ມດີເດັ່ນ, ເປັນຜູ້ຕາງໜ້າດີເດັ່ນຂອງໄວໜຸ່ມໃນບັນດາອົງການເປັນເສນາທິການຍຸດທະສາດຂອງພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຂັ້ນສູນກາງ”.

ຕອບກັບ

ຂ່າວ/ບົດ​ອື່ນ