ເຊີດຊູບັນດາປະເພດສິລະປະທີ່ເປັນມູນເຊື້ອ

(VOVWORLD) -ຕອນຄ່ຳວັນທີ 20 ຕຸລາ, ງານມະໂຫລານສະແດງສິລະປະຂັບບາຍຈ່ອຍ, ຂັບຕວງ, ລະຄອນທົ່ວປະເທດປີ 2018 ໄດ້ຖືກໄຂຂຶ້ນຢູ່ນະຄອນກວາງງ້າຍ
ເຊີດຊູບັນດາປະເພດສິລະປະທີ່ເປັນມູນເຊື້ອ - ảnh 1ລາຍການໜຶ່ງທີ່ສະແດງໃນງານມະໂຫລານ 

ນີ້ແມ່ນການເຄື່ອນໄຫວສະແດງສິລະປະປະກອບສ່ວນອະນຸລັກຮັກສາມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງຫວຽດນາມ, ໃນນັ້ນມີສິລະປະຂັບບາຍຈອຍ ຊຶ່ງຫາກໍໄດ້ຮັບການເຊີດຊູຈາກອົງການ UNESCO ວ່າ ແມ່ນ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ມີນັກສິລະປິນ, ນັກສະແດງເກືອບ 500 ຄົນໄດ້ທຳການສະແດງ 15 ລາຍການທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ. ທ່ານ ຈິ້ງກົງເຊີນ ຜູ້ອຳນວຍການສູນອະນຸລັກ ແລະ ເສີມຂະຫຍາຍສິລະປະຂັບບາຍຈອຍ ແລະ ຂັບໂຮ້ກວາງງ້າຍ ຖືວ່າ : 

   “ ພາຍຫຼັງທີ່ສິລະປະຂັບບາຍຈອຍໄດ້ຮັບການເຊີດຊູ, ປະຈຸບັນ, ພວກເຮົາສືບຕໍ່ຈັດງານມະໂຫລານ ສະແດງສິລະປະຂັບຕວງ, ຂັບບາຍຈອຍ ແລະ ລະຄອນໃນທົ່ວປະເທດ. ນີ້ແມ່ນບັນຍາກາດໃໝ່ເພື່ອໃຫ້ຂັບບາຍຈອຍພັດທະນາຕາມເສັ້ນທາງທີ່ UNESCO ໄດ້ຢັ້ງຢືນ ”

     ສ່ວນທ່ານ ເລຕ້ຽນເຖາະ ປະທານສະມາຄົມນັກສິລະປີນສະແດງບົນເວທີຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານ ໃຫ້ຮູ້ວ່າ: 

    “ ຜ່ານການເຄື່ອນໄຫວເຫຼົ້ານີ້, ບັນດານັກຄຸ້ມຄອງໃນຂົງເຂດວັດທະນະທຳສິລະປະ ຈະມີບັນດາວິທີການແກ້ໄຂເພື່ອພັດທະນາບັນດາປະເພດສິລະປະທີ່ເປັນມູນເຊື້ອເພື່ອຮັບໃຊ້ມວນຊົນໃນໄລຍະປ່ຽນແປງໃໝ່ ”

ຕອບກັບ

ຂ່າວ/ບົດ​ອື່ນ