ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນ-ຫວຽດນາມໃນຂົງເຂດກະສິກຳ

ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນ-ຫວຽດນາມໃນຂົງເຂດກະສິກຳ - ảnh 1
ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນ-ຫວຽດນາມໃນຂົງເຂດກະສິກຳ
(ພາບ: baocongthuong)


(vovworld) - ຕອນ​ບ່າຍ​ວັນ​ທີ 10/12, ຢູ່​ນະ​ຄອນ​ເກີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກີນ​ເທີ ແລະ ອົງ​ການ​ຊຸກ​ຍູ້​ການ​ຄ້າ​ຕ່າງ​ປະ​ເທດ​ຍີ່​ປຸ່ນ (JETRO) ​ຈັດ​ຕັ້ງ​ການ​ພົບ​ປະ “ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ - ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ”.  ການ​ພົບ​ປະ​ໄດ້​ດຶງ​ດູດ​ວິ​ສ​າ​ຫະ​ກິດ 50 ແຫ່ງ​ຂຶ້ນ​ກັບ 13 ແຂວງ, ນະ​ຄອນ​​ໃນເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ​ ແລະ ວິ​ສ​າ​ຫະ​ກິດຍີ່​ປຸ່ນ 31 ແຫ່ງ ພົບ​ປະ, ແລກ​ປ່ຽນຊ​ອກ​ຫາຂໍ້​ມູນ​ຂ່າວ​ສານ​ໂດຍ​ກົງ ເພື່ອ​​ແນ​ໃສ່​ຕົກ​ລົງ​ຮ່ວມ​ມື, ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕ​າມ​ທ່ານ ຫງວຽນ​ກວກ​ຫວຽດ, ຮອງ​​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ແລ້ວ, ໃນ​ໄລ​ຍະ​ຜ່ານ​ມາ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​​ຮ່ວມ​ສຳ​ພັນ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ​. ໃນ​ນັ້ນ​ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ ໃນ​ການດ​ຶງ​ດູດ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ.

      ສ່ວນ​ທ່ານ Yasuzumi Hirotaka, ຫົວ​ໜ້າ​​ຜູ້​ຕາງ​ໜ້າອົງ​ການ​ JETRO ປະ​ຈຳ​ນະ​ຄອນ​ໂຮ່​ຈ​ິ​ມິນ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຝ່າຍ​ຍີ່​ປ​ຸ່ນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະໜູນ​ຊ່ວຍ, ​ຮ່ວມ​ມືກັບ​ເຂດທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ເພື່ອ​ຊຸກ​ຍູ້, ພັດ​ທະ​ນາ​ຂົງ​ເຂດ​ກະ​ສິ​ກຳ​ຕາ​ມທິດ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ສູງ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ.

ຂ່າວ/ບົດ​ອື່ນ