ເທື່ອທຽນ-ເຫວ ສູ້ຊົນສຳເລັດບັນດາຄາດໝາຍປົກປ້ອງ ແລະ ພັດທະນາປ່າໄມ້ປີ 2018

(VOVWORLD) - ວັນທີ 22 ກຸມພາ, ທີ່ເຂດອາໄລຫາອະນຸສາວະລີ ກວາງຈູງ - ຫງວຽນເຫ້ວ, ແຂວງ ເທື່ອທຽນ-ເຫວ
ເທື່ອທຽນ-ເຫວ ສູ້ຊົນສຳເລັດບັນດາຄາດໝາຍປົກປ້ອງ ແລະ ພັດທະນາປ່າໄມ້ປີ 2018 - ảnh 1 (ພາບປະກອບ)

ຈັດຕັ້ງພິທີປຸກລະດົມ “ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫລອດໄປ” ລະດູບານໃໝ່ປີຈໍ   2018.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເຟືອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫວ ເນັ້ນໜັກວ່າ: “ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫລອດໄປ” ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງປະຊາຊົນ, ເປີດສາກ ຂະບວນການປູກຕົ້ນໄມ້ປະຈຳປີ. ຂະແໜງກະສິກຳ ແລະ ພັດທະນາຊົນນະບົດຕັ້ງໜ້າກ່ວາອີກ, ສຸມໃສ່ຊີ້ນຳ, ສູ້ຊົນສຳເລັດບັນດາຄາດໝາຍ, ໜ້າທີ່ຄຸ້ມຄອງ, ປົກປ້ອງ ແລະ ພັດທະນາປ່າໄມ້ໃນປີ 2018, ປະກອບສ່ວນສຳເລັດໂຄງການເປົ້າໝາຍກະສິກຳປ່າໄມ້ແບບຍືນຍົງໄລຍະ 2016 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ