ເປີດນຳໃຊ້ຂົວເຊື່ອມຕໍ່ 2 ແຂວງອານຢາງຂອງຫວຽດນາມ ແລະ ການດານຂອງກຳປູເຈຍ


ເປີດນຳໃຊ້ຂົວເຊື່ອມຕໍ່ 2 ແຂວງອານຢາງຂອງຫວຽດນາມ ແລະ ການດານຂອງກຳປູເຈຍ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມຫງວຽນ​ຊວນ​ຟຸກ ແລະ
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸນ​ແຊນເຂົ້າ​ຮ່ວມ​ພິ​ທີເປີດ​ນຳ​ໃຊ້​ຂົວ ລອງ​ບິງ - Chrey Thom

(vovworld)- ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ແຂວງ​ອານ​ຢາງ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ ລອງ​ບິງ - Chrey Thom ເຊື່ອມ​ຕໍ່ 2 ແຂວງ​ອານ​ຢາງ​ຂອງ​ຫວຽດ​ນາມ ແລະ ການ​ດານ​ຂອງ​ກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຂົວ​ດັ່ງ​ກ່າວ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ກໍ​ຄື​ໃນ​ການ​ເສີມ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸນ​ແຊນ​ຖື​ວ່າ ຂົວ​ດັ່ງ​ກ່າວ ຍັງ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ, ທັງ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງ​ 2 ປະ​ເທດ​ຄົບ​ຮອບ 50 ປີ.

    ​ຂົວ ລອງ​ບິງ - Chrey Thom ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ປີ 2014, ດ້ວຍ​ເບົ​ຕງ​ເສີ​ມເຫຼັກ, ມີ​ລວງ​ຍາວ 440 ແມັດ, ກ້​ວາງ 13 ແມັດ, ມີ 2 ເລ່ນ​ທາງ​ໃຫ້​ລົດ​ໂອ​ໂຕ. ດ້ວຍຍອດ​ເງິນ​ລົງ​ທຶນ 38 ລ້ານ USD ຊຶ່ງ​ແມ່ນ​ທຶນ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ແຫຼ່ງ​ທຶນ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ