ເປັນຄັ້ງທຳອິດ ຮ່າໂນ້ຍ ເຊີດຊູແບບຢ່າງຊາວໜຸ່ມເລີ່ມທຸລະກິດທີ່ດີເດັ່ນ

(VOVWORLD) - ທີ່ລາຍການ, ແບບຢ່າງຊາວໜຸ່ມນະຄອນຫຼວງເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງທີ່ດີເດັ່ນ 16 ຄົນຈະໄດ້ຮັບການຍ້ອງຍໍຊົມເຊີຍ.


ວັນທີ 1 ກຸມພາ ຈະມາເຖິງ, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຄະນະຊາວໜຸ່ມ ຮ່າໂນ້ຍ ຈະຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ແບບຢ່າງຊາວໜຸ່ມ ນະຄອນຫຼວງ ດີເດັ່ນ” ແລະ “ແບບຢ່າງຊາວໜຸ່ມນະຄອນຫຼວງ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງທີ່ດີເດັ່ນ” ປີ 2017. ທີ່ລາຍການ, ແບບຢ່າງຊາວໜຸ່ມນະຄອນຫຼວງເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງທີ່ດີເດັ່ນ 16 ຄົນຈະໄດ້ຮັບການຍ້ອງຍໍຊົມເຊີຍ. ນີ້ແມ່ນຄັ້ງທຳອິດທີ່ຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຈັດຕັ້ງພິທີເຊີດຊູບັນດາແບບຢ່າງຊາວໜຸ່ມທີ່ມີຜົນງານດີເດັ່ນໃນຂົງເຂດການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ພວມໄດ້ຮັບຄວາມສົນໃຈ ແລະ ເອົາໃຈໃສ່ຈາກພັກ, ລັດ. ແບບຢ່າງຊາວໜຸ່ມນະຄອນຫຼວງ ດີເດັ່ນ 10 ຄົນໂດຍຄະນະຊາວໜຸ່ມ ຮ່າໂນ້ຍ ຍ້ອງຍໍຊົມເຊີຍໃນຄັ້ງນີ້ລວມມີບັນດາຊາວໜຸ່ມທີ່ມີຜົນງານ ແລະ ການປະກອບສ່ວນດີເດັ່ນພິເສດໃນຂົງເຂດຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ