ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ​ຈ້ອງ ແລະ ທ່ານທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ
ພາບ: internet


(vovworld) -  ຕອ​ນ​ເຊົ້າ​ວັນ​ທີ 21/3, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊົມ​ເຊີຍ​ທ່ານ ສີ​ຈິ້ນ​ຜິ​ງ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ປະ​ເທດ ຈີນ, ອວຍພອນ ປຊຊ ຈີນ, ພາຍ​ໃຕ​້ການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ລັດ ສປ ຈີນ ຊື່​ງນຳ​ຫນ້າ​ແມ່ນ​​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນຜິ​ງ ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​ອັນ​​ໃຫຍ່​ຫລວງຫລາຍ​ຢ່າງ​ກວ່າ​ອີກ​ໃນ​ພາລະກິດ​ປະຕິ​ຮູບ ​ເປີດ​ປະຕູ, ສ້າງ​ສັງຄົມ​ຮັ່ງມີ, ຮອບດ້ານ ​ແລະ ສັງຄົມ​ນິຍົມ​​ຂອງ​ຈີນ. ທ່ານ​ເລຂາທິການ​ໃຫຍ່, ປະທາ​ນປະ​ເທດ ຈີນ ສີ​ຈິ້ນຜິ​ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປຊຊ ຈີນ ຖື​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ ພ້ອມ​ແລ້ວ​ຈະພ້ອມກັບ​ຫວຽດນາມ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ນັບ​ມື້​ນັບພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເຂົ້າ​ສູ່​ລວ​ງ​ເລິກ. ຜູ້ນຳ​ສອງ​ທ່ານ ກໍ​ແລກ​ປ່ຽນ​ທິດ​ທາງ​ໃຫຍ່​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ໃຫ້​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ