ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

(VOVWORLD) - ຕອນບ່າຍວັນທີ 10 ສິງຫາ, ທີ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ - ảnh 1

(ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ)

ໂດຍທ່ານ ເຈີນແທງເມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ແຕ່ວັນທີ 10 – 13 ສິງຫາ 2017. ທີ່ການຕ້ອນຮັບ, ທ່ານ ເຈີ່ນແທງເມີນ ໄດ້ລາຍງານຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ກ່ຽວກັບໝາກຜົນແຫ່ງການເຮັດວຽກກັບທ່ານປະທານສູນກາງແນວລາວສ້າງຊາດ ໄຊສົນພອນ ພົມວິຫານ ກ່ອນນັ້ນ, ທ່ານ ເຈີ່ນແທງເມີນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຍາມໃດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ; ການພົວພັນສາມັກຄີແບບພິເສດລະຫວ່າງ 2 ແນວໂຮມໄດ້ຮັບການປັບປຸງ ແລະ ຮັດແໜ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະຈະມາເຖິງ, 2 ແນວໂຮມຂອງ ຫວຽດນາມ ແລະ ລາວ ຈະສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍການປະຕິບັດບັນດາແຜນການລວມໃນໄລຍະ 2017 – 2020 ຢ່າງມີໄຊ. ທ່ານ ເຈີ່ນແທງເມີນ ປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ສືບຕໍ່ເອົາໃຈໃສ່, ອຳນວຍຄວາມສະດວກໃຫ້ສູນກາງແນວລາວສ້າງຊາດຮ່ວມມືກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດ. ທ່ານ ເຈີ່ນແທງເມີນ ປາດຖະໜາຢາກໃຫ້ 2 ປະເທດຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງຢູ່ບັນດາດ່ານຊາຍແດນຂອງ 2 ປະເທດ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ຕີລາຄາສູງການຮ່ວມມືລະຫວ່າງ 2 ແນວໂຮມປະເທດ ຫວຽດນາມ - ລາວ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ; ຢືນຢັນວ່າການຮ່ວມມືລະຫວ່າງ 2 ແນວໂຮມຢ່າງມີປະສິດທິຜົນນັ້ນ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ  ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ