ເພີ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະການວີແລກປ່ຽນບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ; ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ບັນລຸທີ່ກອງປະຊຸມຄັ້ງທີ 39 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ
ເພີ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດພາບ: VGP

ແຕ່ວັນທີ 02 – 06 ຕຸລາ, ທ່ານນາຍົກລັດຖະມົນຕີແຫ່ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວມາຢ້ຽມຢາມ ຫວຽດນາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ. ໃນຂອບເຂດການຢ້ຽມຢາມ, ວັນທີ 02 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ດຳເນີນການເຈລະຈາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດໃນວຽກປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະການວີແລກປ່ຽນບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ; ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ບັນລຸທີ່ກອງປະຊຸມຄັ້ງທີ 39 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ (ເດືອນກຸມພາ 2017) ແລະ ໝາກຜົນການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການຂອງບັນດາການນຳຂັ້ນສູງຫວຽດນາມ; ສຸມໃສ່ຜັນຂະຫຍາຍບັນດາໂຄງການສຳຄັນລະຫວ່າງສອງປະເທດ. ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ວົງເງິນການຄ້າສອງປະເທດ, ສ້າງຄວາມສະດວກໃຫ້ບັນດາວິສາຫະກິດຫວຽດນາມລົງທຶນຢູ່ລາວ; ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ ແລະ ບັນດາຂົງເຂດອື່ນໆ. ນາຍົກລັດຖະມົນຕີ 2 ທ່ານ ກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທັບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ແຈ້ງກ່ຽວກັບການທີ່ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຈະມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນທ້າຍປີນີ້ ເພື່ອປິດການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.

 

ຕອບກັບ

ຂ່າວ/ບົດ​ອື່ນ