ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ-ສິງ​ກະ​ໂປ ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ເນັ້ນໜັກວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນເວົ້າລວມ ແລະ ບັນດານັກລົງທຶນ ສິງປະໂປ ເວົ້າສະເພາະ ມີສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກຢູ່ ຫວຽດນາມ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ-ສິງ​ກະ​ໂປ ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ - ảnh 1

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ກ່າວຄຳເຫັນທີ່ເວທີປາໄສ (ພາບ: An Đăng/TTXVN)

   ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ຈັດເວທີປາໄສວິສາຫະກິດພາກພື້ນ ສິງກະໂປ (SRBF) ຄັ້ງທີ 7 ດ້ວຍຫົວເລື່ອງ “ເພີ່ມທະວີການຮ່ວມມືພາກພື້ນເພື່ອການເຕີບໂຕແບບຍືນຍົງ”. ມີການນຳວິສາຫະກິດ, ເຈົ້າໜ້າທີ່ລັດຖະບານຂັ້ນສູງ, ນັກການທູດກ່ວາ 800 ທ່ານທີ່ມາຈາກ 420 ບໍລິສັດ ແລະ ອົງການຈັດຕັ້ງຂອງ 32 ປະເທດ, ພື້ນຖານເສດຖະກິດ ໄດ້ເຂົ້າຮ່ວມເວທີປາໄສ.

   ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ເນັ້ນໜັກວ່າ, ນີ້ແມ່ນເວທີປາໄສທີ່ມີຄວາມໝາຍທີ່ສຸດ ທີ່ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ປະເທດໜຶ່ງນອກ ສິງກະໂປ; ພິເສດ, ເຫດການຈັດຂຶ້ນກົງກັບໂອກາດສອງປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 - 2023)  ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສິງກະໂປ (2013 - 2023).

          ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ເນັ້ນໜັກວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນເວົ້າລວມ ແລະ ບັນດານັກລົງທຶນ ສິງປະໂປ ເວົ້າສະເພາະ ມີສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກຢູ່ ຫວຽດນາມ.

    ທີ່ເວທີປາໄສ, ບັນດາຝ່າຍໄດ້ພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດພະລັງງານສະອາດ ລະຫວ່າງບັນດາປະເທດໃນພາກພື້ນ, ບັນຫາພັດທະນາແຫຼ່ງຊັບພະຍາກກອນມະນຸດ… ໃນໂອກາດນີ້, ຝ່າຍຕ່າງໆໄດ້ດຳເນີນການເຊັນ ບົດບັນຖືກຊ່ວຍຈຳ (MOUs) 12 ສະບັບກ່ຽວກັບຄວາມຍືນຍົງ, ການຫັນເປັນດີຈີຕອນ, ການບໍລິການການເງິນ ແລະ ການພັດທະນາບຸກຄະລາກອນ ເພື່ອແນໃສ່ຍູ້ແຮງໂອກາດຮ່ວມມືລະຫວ່າງ ສິງກະໂປ ແລະ ຫວຽດນາມ ກໍ່ຄືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ