ເພີ່ມທະວີການຮ່ວມມືດ້ານວັດທະນະທຳ,ການທ່ອງທ່ຽວລະຫວ່າງຫວຽດນາມ-ໄທ

ເພີ່ມທະວີການຮ່ວມມືດ້ານວັດທະນະທຳ,ການທ່ອງທ່ຽວລະຫວ່າງຫວຽດນາມ-ໄທ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ແລະ
ທ່ານ ທານະ​ສັກ ປະຕິມາ​ປະກອນ ຮອງ​ນາຍົກລັດຖະມົນຕີ ​ໄທ

(vovworld) - ຕອນ​ບ່າຍ​ວັນ​ທີ 28/07 ຢູ່​ຮ່າ​ໂນ້ຍ ທີ່​ການ​ຕ້ອນຮັບ​ທ່ານ ທານະ​ສັກ ປະຕິມາ​ປະກອນ ຮອງ​ນາຍົກລັດຖະມົນຕີ ​ໄທ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ແດງ​ຄວາມພາກພູມ​ໃຈ​​ເມື່ອ​ເຫັນ​ວ່າການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ໄທ ນັບ​ມື້​ນັບ​ພັດທະນາ, ພິ​ເສດ​ແມ່ນ ນັບ​ແຕ່​ເມື່ອປີ 2013 ຫວຽດນາມ ​​ແລະ ​ໄທ ຍົກ​ການ​ພົວພັນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.  ການ​ຮ່ວມ​ມື ຫວຽດນາມ - ​ໄທ ​ໃນ​ບັນດາ​ຂົງ​ເຂດ​ດ້ານ​ການ​ເມືອງ, ການດຳ​ເນີນ​ທຸລະ​ກິດ, ວັດທະນະທຳ, ສັງຄົມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄທ ທານະ​ສັກ ປະຕິມາ​ປະກອນ ປາ​ດຖະໜາ​ວ່າ: 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ເຫດການ​ວັດທະນະທຳ, ສິລະ​ປະ​ແຫ່ງ​ຊາດ​ໃນ​ພາກ​ພື້ນ ​ແລະ ສາກົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຄື: ອະນຸລັກ​ຮັກສາ, ຫໍພິພິທະ​ພັນ, ມໍລະດົກ​ວັດທະນະທຳ, ຊຸກຍູ້​ການ​ພົວພັນ​ແລກປ່ຽນລະຫວ່າງບັນດາ​ອົງການ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຕ່າງໆ​ນີ້. ກ່ຽວກັບ​ການ​ສົ່ງ​ເສີມ​ໂຄສະນາ, 2 ຝ່າຍ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ກັນ​ໃນ​ການຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫລາດນັດ​ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ