ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອີນໂດເນເຊຍ

(VOVWORLD) - ນີ້ແມ່ນການເຄື່ອນໄຫວຢູ່ນອກຂອງຄະນະ ຫວຽດນາມ ແລະ ຄະນະອີນໂດເນເຊຍໃນຂອບເຂດການຢ້ຽມຢາມ ລາວ
ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອີນໂດເນເຊຍ - ảnh 1 ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອີນໂດເນເຊຍ

ໃນຕອນບ່າຍວັນທີ 5 ພະຈິກ ຢູ່ ນະຄອນຫຼວງວຽງຈັນ, ລາວ, ທ່ານ ໂຮ່ດື໋ກເຟີ໋ກ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ພ້ອມກັບ ທ່ານ Moermahadi  ປະທານຄະນະກຳມະການກວດສອບ ອີນໂດເນເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານກວດສອບໃນຂົງເຂດສາທາລະນະລະຫວ່າງສອງອົງການກວດສອບ. ນີ້ແມ່ນການເຄື່ອນໄຫວຢູ່ນອກຂອງຄະນະ ຫວຽດນາມ ແລະ ຄະນະອີນໂດເນເຊຍໃນຂອບເຂດການຢ້ຽມຢາມ ລາວ, ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEANSAI) ຄັ້ງທີ IV. ຕາມບົດບັນທຶກ, ສອງຝ່າຍເຫັນດີເປັນເອກະພາບແລກປ່ຽນບົດຮຽນ, ຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ