ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ ຫວຽດ​ນາມ ແລະ ແອັດ​ສະ​ປາຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແອັດສະປາຍ ຢ່າງເປັນທາງການ, ວັນທີ 2 ມີນາ, ຢູ່ນະຄອນຫຼວງ Madrid, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ພົບປະກັບທ່ານນາງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການທ່ອງທ່ຽວແອັດສະປາຍ Reyes Maroto.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ ຫວຽດ​ນາມ ແລະ ແອັດ​ສະ​ປາຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານນາງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການທ່ອງທ່ຽວແອັດສະປາຍ Reyes Maroto (ພາບ: VGP)

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ຢ່າງມີປະສິດທິຜົນ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD ໃນໄລຍະຈະມາເຖິງ, ເພີ່ມທະວີການຕິດຕາມກວດກາ ແລະ ອັບເດັດ ບັນດາຂໍ້ສະເໜີແນະກ່ຽວກັບຄວາມຕ້ອງການດ້ານເຕັກນິກ, ກັກກັນພະຍາດ, ສຸຂະອະນາໄມດ້ານອາຫານ ຂອງແຕ່ລະຝ່າຍຢ່າງທັນການ, ຊຸກຍູ້ການລົງນາມໂຄງການຮ່ວມມືການເງິນເລກ 6, ສ້າງເງື່ອນໄຂໃຫ້ແກ່ການຜັນຂະຫຍາຍບັນດາໂຄງການລົງທຶນ ແລະ ຮ່ວມມືພັດທະນາລະຫວ່າງ ສອງປະເທດ…

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງສະເໜີໃຫ້ ແອັດສະປາຍ ສົ່ງເສີມວິສາຫກິດແອັດສະປາຍລົງທຶນ ເຂົ້າ ຫວຽດນາມ ໃນບັນດາຂົງເຂດຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມື ແລະ ຖ່າຍທອດເຕັກໂນໂລຢີໃນຂົງເຂດສຸຂະອະນາໄມດ້ານອາຫານ, ປຸງແຕ່ງສິນໃນນ້ຳ; ສະເໜີ ແອັດສະປາຍສະໜັບສະໜູນ ຄະນະກຳມະການເອີລົບ (EC) ແກ້ໄຂບັດເຫຼືອງ IUU ຕໍ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໂດຍໄວ.

ພາຍຫຼັງການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານລັດຖະມົນຕີ Reyes Maroto ເປັນປະທານຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ແອັດສະປາຍ

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ ພົບປະກັບທ່ານນາງ Zorisa Urosevie ຜູ້ອຳນວຍການຝ່າຍບໍລິຫານອົງການທ່ອງທ່ຽວໂລກ ຢູ່ສຳນັກງານຂອງອົງການ ທ່ອງທ່ຽວໂລກ ຢູ່ນະຄອນ Madrid

ຕອບກັບ

ຂ່າວ/ບົດ​ອື່ນ