ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະ ວັດທະນະທຳ ຫວຽດນາມ - ສິງກະໂປ

(VOVWORLD) -ວັນທີ 27 ພະຈິກ, ມີກວ່າ 150 ວິສາຫະກິດ ຫວຽດນາມ ແລະ ສິງກະໂປ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເຊື່ອມຕໍ່ວິສາຫະກິດ ເພື່ອແນໃສ່ຊອກຫາກາລະໂອກາດການຮ່ວມມື ແລະ ຊຸກຍູ້ການລົງທຶນ.

ທີ່ກອງປະຊຸມສຳມະນາ, ບັນດາວິສາຫະກິດ ຫວຽດນາມ ປາດຖະຫນາຢາກໄດ້ເຊື່ອມຕໍ່ກັບວິສາຫະກິດ ສິງກະໂປ ເພື່ອເຂົ້າຮ່ວມລະບົບສະຫນອງມູນຄ່າພາກພື້ນ ແລະ ທົ່ວໂລກ, ໃນສະພາບການພື້ນຖານເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0. ສ່ວນຝ່າຍ ສິງກະໂປ, ບັນດາວິສາຫະກິດ ສະເຫນີ ຢາກ ໄດ້ອັບເດັດກ່ຽວກັບນະໂຍບາຍການລົງທຶນ, ນະໂຍບາຍເສດຖະກິດ ແລະ ຍຸດທະສາດຂອງຫວຽດນາມ ໃນສະພາບການໃຫມ່ ກໍຄືຊອກຮູ້ກ່ຽວກັບກົນໄກເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ.

ໃນໂອກາດນີ້ ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໄດ້ສົມທົບກັບສະພາທຸລະກິດ ອາເມລິກາ - ອາຊຽນ ຈັດຕັ້ງການໂອ້ລົມສົນທະນາເຊື່ອມຕໍ່ລະຫວ່າງບັນດາກຸ່ມບໍລິສັດຂອງ ອາເມລິກາ ເຄື່ອນໄຫວດຳເນີນທຸລະກິດຢູ່ ສິງກະໂປ, ອາຊຽນ ແລະ ບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດການເງິນ, ທະນາຄານ ແລະ ປ່ຽນໃຫມ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ