ເພີ່ມທະວີວຽກງານການຕ່າງປະເທດກັບບັນດາປະເທດມີສາສະນີກະຊົນ ຫລວງຫລາຍ

ເພີ່ມທະວີວຽກງານການຕ່າງປະເທດກັບບັນດາປະເທດມີສາສະນີກະຊົນ ຫລວງຫລາຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ພາບ: internet


(vovworld)-​ ຕອນ​ບ່າຍ​ວັນ​ທີ 16/7 ຢູ່​ຮ່າ​ໂນ້ຍ, ໃນ​ການ​ເຮັດ​ວຽກ​ກັບ​ຄະນະ​ສາສະຫນາ​ຂອງ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ເວົ້າລວມ ​ແລະ ຢືນຢັນ: ການ​ຕ່າງປະ​ເທດທາງ​ສາສະຫນາ​ໄດ້​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ສາສະຫນາຢູ່​ຫວຽດນາມ, ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ໃນ​ການ​ເຊື່ອ​ຖື​ສາສະຫນາຂອງ​ພັກ ​ແລະ ລັດ​ຫວຽດນາມ​ກວ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ​ວ່າ: ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ​ທາງ​ສາສະຫນາ ພິ​ເສດ​ແມ່ນ​ການ​ພົວພັນ​ກັບ​ບ້ານ​ໃກ້​ເຮືອນ​ຄຽງ​ຄື: ລາວ, ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ​ມີ​ສາສະ​ນີກະ​ຊົນ​ສາສະຫນາ​ຫລວງຫລາຍ, ຮັກສາ​ບັນດາ​ການ​ພົບ​ປະ​ກັບ Vatican ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ