ເພື່ອນມິດສາກົນຕີລາຄາສູງຜົນງານປ່ຽນໃໝ່ຂອງຫວຽດນາມ

ເພື່ອນມິດສາກົນຕີລາຄາສູງຜົນງານປ່ຽນໃໝ່ຂອງຫວຽດນາມ - ảnh 1
ຖະໜົນແທງຊວນເມື່ອປີ 1986
(ພາບປະກອບ)

(vovworld) – ​ວັນ​ທີ 20/1, ​ເມື່ອ​ແລ​ກປ່ຽນ​ກັບ​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ອັງ​ຊັງ​ຕີງ ​ເນື່ອງ​​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​​ໃກ້​ຈະ​ຖືກໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ Poldi Sosa, ປະທານ​ສະ​ຖາ​ບັນ​ວັດທະນະທຳ ອັກ​ຊັງ​ຕີງ - ຫວຽດນາມ, ຕີ​ລາຄາ​ສູງ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ກ່ວາ 20 ​ເທື່ອ​ແລ້ວ, ທ່ານ​ນາງ Poldi Sosa ສະ​ແດງ​ຄວາມ​ນັບຖື​ຕໍ່​ບັນດາ​ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່​ຢູ່ ຫວຽດນາມ ​ໃນ​ຊຸມ​ປີ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ທ່ານ​ນາງ​ເນັ້ນ​ໜັກ​ ຫວຽດນາມ ​ໄດ້​ລົງທຶນ​ຫຼາຍ​ພໍ​ສົມຄວນ​ເຂົ້າ​ໃນ​ບັນດາໂຄງການ​ຊ່ວຍ​​ເຫຼືອ​ສັງຄົມ ​ແລະ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ກະ​ໂດດ​ຂັ້ນ​ໃນວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວຫລຸ​ດຜ່ອນ​ຄວາມທຸກ​ຍາກ, ຂົງ​ເຂດ​ສຶກສາ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ.

        ​ເນື່ອງ​ໃນ​ໂອກາດ​ນີ້, ສູນ​ພົວພັນ​ສາກົນ (​CSM), ໜຶ່ງ​ໃນ​ບັນດາ​ສູນ​ຄົ້ນຄ​້ວາຍຸ​ດທະ​ສາດ​ອັນ​ດັບ​ໜຶ່ງ​ຂອງ ​ໂປ​ໂລ​ຍ ມີ​ບົດ​ວິຈານ​ດ​້ວຍຫົວ​ຂໍ້ “ຫວຽດນາມ: ​ສັງຄົມນິຍົມ​ດ້ວຍ​​​ໂສມ​ໜ້າ​ໃຫມ່”.  ​ໃນ​ບົດ​ວິຈານ, ດຣ Malgorzata Bonikowska, ປະທານ CSM ​ແລະ ນັກ​ຂ່າວ Rafal Tomanski, ສັງກັດໜັງສືພິມ Rzeczpospolita ​ໄດ້​ແບ່ງປັນ​ກັບ​ຜູ້​ອ່ານ ​​ໂປ​ໂລ​ຍ ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ມະນຸດ​ ຫວຽດນາມ ​ໃນ​ປະຈຸ​ບັນ.

        ​ ​ໜັງສືພິມ​ລາຍ​ວັນ Granma, ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ ກູ​ບາ ສະບັບ​ອອກ​ເມື່ອ​ວັນ​ທີ 19/1 ​ໄດ້​ລົ​ງພິມ​ບົດ​ແນະນຳ​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມຸນິ​ດ ຫວຽດນາມ.

        ກ່ອນ​ໜ້າ​ນັ້ນ, ສຳນັກ​ຂ່າວສານ​ແຫ່ງ​ລັດ Prensa Latina, ສື່​ເອ​ເລກ​ໂຕ​ນິກ Cubadebate ​ແລະ ​ຊ່ອງວິ​ທະ​ຍຸ​ກະຈາ​ຍສຽງ​ທົ່ວ​ປະ​ເທດ ​ແລະ ທ້ອງ​ຖິ່ນ​ຂອງ ກູ​ບາ ກໍ​​ໃຫ້​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​​ຈັດກອງ​ປະຊຸມ​ໃຫຍ່ ​ແລະ ບັນດາ​ກອງ​ປະຊຸມ​ສູນ​ກາງຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ