ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ພົບ​ປະ​ສ້າງ​ສັນ​ກັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ທີ່​ພັກ​ກິນ​ເບ້ຍ​ບຳ​ນານ

(VOVWORLD) - ຕອນເຊົ້າວັນທີ 29 ມີນາ, ຢູ່ສຳນັກງານສູນກາງພັກຄອມມູນິດຫວຽດນາມ, ຄະນະປະຈຳຄະນະເລຂາທິການ ໄດ້ຈັດຕັ້ງກອງປະຊຸມພົບປະສັງສັນພະນັກງານການນຳຂັ້ນສູງທີ່ພັກກິນເບ້ຍບຳນານ
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ພົບ​ປະ​ສ້າງ​ສັນ​ກັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ທີ່​ພັກ​ກິນ​ເບ້ຍ​ບຳ​ນານ - ảnh 1ກອງປະຊຸມພົບປະສັງສັນພະນັກງານການນຳຂັ້ນສູງທີ່ພັກກິນເບ້ຍບຳນານ (ພາບ: ເຟືອງຮວາ/TTXVN

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານຜູ້ປະຈຳການຄະນະເລຂາທິການ ເຈິ່ນກວ໊ກເວື້ອງ.

        ເປັນກຽດໄດ້ຮັບຟັງ, ຮັບເອົາຄຳເຫັນປະກອບຢ່າງສຸດອົກສຸດໃຈ, ຈິງໃຈຂອງບັນດາອະດີດພະນັກງານ ທີ່ແມ່ນການນຳຂັ້ນສູງຂອງພັກ, ລັດ. ທ່ານ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ສະພາບການຍາມໃດກໍ່ມີການປ່ຽນແປງ, ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່ນັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ; ປາດຖະໜາຢາກໃຫ້ບັນດາອະດີດພະນັກງານການນຳຂັ້ນສູງ ສືບຕໍ່ປະກອບສ່ວນທາງດ້ານປະສົບການ, ພູມປັນຍາ ພ້ອມກັບພັກ, ລັດ ຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ກໍ່ສ້າງພັກໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ທ່ານ ຫງວຽນຝູຈ້ອງ ຍັງສະແດງຄວາມເຫັນດີເຫັນພ້ອມ ແລະ ເຄົາລົບບັນດາຄຳເຫັນປະກອບ, ພູມປັນຍາ ຂອງບັນດາຜູ້ແທນ ແລະ ເນັ້ນໜັກວ່າ ມະນຸດແມ່ນປັດໄຈສຳຄັນ, ວັດທະນະທຳຊີ້ເຍືອງທາງໃຫ້ປະເທດກ້າວເດີນໄປ, ຄຸນສົມບັດແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ. ພິເສດ ໃນໄລຍະທີ່ຈະມາເຖິງແມ່ນການສຸມໃສ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ, ຕ້ອງປົກປັກຮັກສາຜົນງານການປະຕິວັດຂອງພັກ, ຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ