ເລ​ຂາ​ທິ​ການ​ໃຫ​ຍ່ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ຄວາມ​ຜິດ​ຫວັງ​​ຕໍ່ໝາກ​ຜົນ​ຂ​ອງກອງ​ປະ​ຊຸມ COP 25

(VOVWORLD) -ວັນທີ 15 ທັນວາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຜິດຫວັງຕໍ່ໝາກຜົນຂອງກອງປະຊຸມ ຄັ້ງທີ 25 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ຢູ່ Madrid (ປະເທດ ແອດສປາຍ), ຖືນີ້ແມ່ນໂອກາດທີ່ຖືກປະລະໃນການຕໍ່ສູ້ກັບສະພາບອຸ່ນຂຶ້ນຂອງໜ່ວຍໂລກ.
ເລ​ຂາ​ທິ​ການ​ໃຫ​ຍ່ສະ​ຫະ​ປະ​ຊາ​ຊາດ​ສະ​ແດງ​ຄວາມ​ຜິດ​ຫວັງ​​ຕໍ່ໝາກ​ຜົນ​ຂ​ອງກອງ​ປະ​ຊຸມ COP 25 - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  (ພາບ: EPA-EFE)

ກອງປະຊຸມ COP 25 ໄດ້ສິ້ນສຸດລົງພາຍຫຼັງການດຳເນີນມາເປັນເວລາ 2 ອາທິດ ຢູ່ Madrid (ແກ່ຍາວຕື່ມອີກ 2 ວັນເມື່ອທຽບໃສ່ການຄາດຄະເນ) ດ້ວຍຖະແຫຼງການລວມອັນລະອຽດອ່ອນວ່າ ພຽງແຕ່ຍອມຮັບ “ຄວາມຕ້ອງການທີ່ຮີບດ່ວນແລະຈຳເປັນ” ສຳລັບບັນດາຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍ Carbon ສະບັບໃໝ່  ເພື່ອແນໃສ່ຮັດແຄບໄລຍະຫ່າງ ລະຫວ່າງ ການປ່ອຍອາຍພິດໃນປັດຈຸບັນ ແລະ ບັນດາເປົ້າໝາຍຂອງສົນທິສັນຍາ Paris ລົງ ເພື່ອແນໃສ່ຈຳກັດການເພີ່ມຂຶ້ນຂອງ ອຸນຫະພູມໂລກ ຢູ່ໃນລະດັບຕ່ຳກ່ວາ 2 ອົງສາ C.

        ຄຽງຄູ່ກັນນັ້ນ, ບັນດາຝ່າຍກໍ່ຍັງບໍ່ທັນຍອມຮັບ ຄວາມຄືບໜ້າໃດທີ່ດີພໍສົມຄວນໃນບັນຫາການທົດແທນ ແລະ ໜູນຊ່ວຍບັນດາປະເທດທີ່ຕ້ອງຮັບບັນດາຜົນກະທົບທີ່ຮ້າຍແຮງຂອງບັນດາຮູບແບບອາກາດທີ່ຮຸນແຮງ ເຊິ່ງກ່ຽວຂ້ອງເຖິງການປ່ຽນແປງຂອງ ດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ